ທ່ານ ເຄັນ ໂຣບິນສັນ: ເອົາການປະຕິວັດດ້ານການຮຽນມາ!
-
0:01 - 0:03ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ
-
0:03 - 0:05ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ
-
0:05 - 0:08ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ
-
0:08 - 0:12ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED
-
0:12 - 0:14ຊຸດບັນທຶກການສະເໜີໃນຮູບແບບ DVD
-
0:14 - 0:17ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ
-
0:17 - 0:19(ຫົວ)
-
0:19 - 0:21ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ
-
0:21 - 0:23ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ
-
0:23 - 0:25ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ
-
0:25 - 0:28ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້”
-
0:28 - 0:30ແລະ ສີ່ປີຕໍ່ມາ
-
0:30 - 0:32ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ...
-
0:32 - 0:35ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ
-
0:35 - 0:38ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ
-
0:38 - 0:40ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້
-
0:40 - 0:44ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ
-
0:44 - 0:46ບັນທຶກພາບຂອງຂ້າພະເຈົ້າ
-
0:46 - 0:49(ຫົວ)
-
0:49 - 0:52(ຕົບມື)
-
0:54 - 0:55... ທ່ານບໍ່ຮູ້ສຶກບໍ
-
0:55 - 0:58(ຫົວ)
-
1:00 - 1:03ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ
-
1:03 - 1:07ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ
-
1:07 - 1:08(ຫົວ)
-
1:10 - 1:12ທ່ານ ອາລ ກໍລ ໄດ້ກ່າວ
-
1:12 - 1:15ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ
-
1:15 - 1:17ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ
-
1:17 - 1:19ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ
-
1:19 - 1:21ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ
-
1:21 - 1:23ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ
-
1:23 - 1:26ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້
-
1:26 - 1:28ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ
-
1:28 - 1:33(ຫົວ)
-
1:36 - 1:38ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ
-
1:38 - 1:41ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ
-
1:41 - 1:44ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ
-
1:44 - 1:47(ຫົວ)
-
1:47 - 1:50ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ
-
1:51 - 1:53ເຊິ່ງກໍ່ຮ້າຍແຮງຄືກັນ
-
1:53 - 1:56ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ
-
1:56 - 1:59ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ
-
1:59 - 2:01ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ -
-
2:01 - 2:03ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ
-
2:03 - 2:05ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ
-
2:05 - 2:08ຂ້ອຍບໍ່ຕ້ອງການອັນທີສອງອີກ”
-
2:08 - 2:10ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ
-
2:10 - 2:13ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ
-
2:13 - 2:15ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ
-
2:15 - 2:17ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ
-
2:17 - 2:19ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ
-
2:19 - 2:22ວ່າພວກເຮົານຳໃຊ້
-
2:22 - 2:25ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ
-
2:25 - 2:27ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ
-
2:27 - 2:30ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້
-
2:30 - 2:32ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້
-
2:32 - 2:34ຂ້າພະເຈົ້າພົບປະກັບຄົນທຸກປະເພດ
-
2:34 - 2:37ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ
-
2:38 - 2:41ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ
-
2:41 - 2:44ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ
-
2:44 - 2:46ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້
-
2:46 - 2:48ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ
-
2:48 - 2:50ພວກທີ່ແບ່ງໂລກອອກເປັນສອງສ່ວນ
-
2:50 - 2:52ແລະ ພວກທີ່ບໍ່ແບ່ງ”
-
2:52 - 2:55(ຫົວ)
-
2:57 - 2:59ອັນ ຂ້າພະເຈົ້າແບ່ງ
-
2:59 - 3:01(ຫົວ)
-
3:04 - 3:06ຂ້າພະເຈົ້າພົບປະກັບຄົນທຸກປະເພດ
-
3:06 - 3:09ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ
-
3:09 - 3:11ພວກເຂົາພຽງແຕ່ໃຊ້ຊີວິດ
-
3:11 - 3:13ໄປກັບມັນ
-
3:13 - 3:15ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ
-
3:15 - 3:18ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ
-
3:18 - 3:21ແລະ ລໍຖ້າວັນພັກທ້າຍອາທິດ
-
3:21 - 3:23ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ
-
3:23 - 3:25ທີ່ຮັກສິ່ງທີ່ພວກເຂົາເຮັດ
-
3:25 - 3:27ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້
-
3:27 - 3:30ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ
-
3:30 - 3:33ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ
-
3:33 - 3:35“ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່
-
3:35 - 3:37ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ
-
3:37 - 3:39ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ”
-
3:39 - 3:42ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ
-
3:42 - 3:44ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ
-
3:44 - 3:46ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້
-
3:46 - 3:48ແລະ ຂ້າພະເຈົ້າຄິດວ່າມີຫຼາຍ
-
3:48 - 3:50ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່
-
3:50 - 3:52ແລະ ສູງສຸດໃນນັ້ນ
-
3:52 - 3:54ແມ່ນການສຶກສາ
-
3:54 - 3:56ຍ້ອນວ່າການສຶກສາ ໃນທາງໜຶ່ງ
-
3:56 - 3:58ແຍກຫຼາຍໆຄົນອອກ
-
3:58 - 4:00ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ
-
4:00 - 4:03ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ
-
4:03 - 4:05ມັນມັກຖືກຝັງຢູ່ເລິກໆ
-
4:05 - 4:07ເຈົ້າຕ້ງອໄປຊອກຫາມັນ
-
4:07 - 4:09ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ
-
4:09 - 4:12ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ
-
4:12 - 4:14ແລະ ທ່ານອາດຄິດວ່າ
-
4:14 - 4:16ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ
-
4:16 - 4:18ແຕ່ສ່ວນຫຼາຍ ບໍ່ແມ່ນ
-
4:18 - 4:20ລະບົບການສຶກສາທຸກອັນໃນໂລກ
-
4:20 - 4:22ໃນຂະໜະນີ້ ກຳລັງຖືກປະຕິຮູບ
-
4:22 - 4:24ແລະ ມັນຍັງບໍ່ພໍ
-
4:24 - 4:26ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ
-
4:26 - 4:29ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້
-
4:29 - 4:31ສິ່ງທີ່ພວກເຮົາຕ້ອງການ -
-
4:31 - 4:33ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ -
-
4:33 - 4:35ບໍ່ແມ່ນການວິວັດທະນາການ
-
4:35 - 4:38ແຕ່ແມ່ນການປະຕິວັດທາງການສຶກສາ
-
4:38 - 4:40ສິ່ງນີ້ຕ້ອງໄດ້ແປງຮູບ
-
4:40 - 4:42ໄປເປັນແນວໃໝ່
-
4:42 - 4:47(ຕົບມື)
-
4:48 - 4:50ສິ່ງທ້າທາຍແທ້ໆອັນໜຶ່ງ
-
4:50 - 4:52ແມ່ນການປ່ຽນແປງຂັ້ນພື້ນຖານ
-
4:52 - 4:54ໃນການສຶກສາ
-
4:54 - 4:56ການປ່ຽນແປງແມ່ນຍາກ
-
4:56 - 4:58ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ
-
4:58 - 5:00ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ
-
5:00 - 5:03ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ
-
5:03 - 5:06ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ
-
5:06 - 5:08ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ
-
5:08 - 5:10ຫຼື ການແປງຮູບ
-
5:10 - 5:12ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ -
-
5:12 - 5:14ສິ່ງທີ່ຄົນຄິດ
-
5:14 - 5:16“ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ”
-
5:16 - 5:19ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ
-
5:19 - 5:22ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້
-
5:22 - 5:24(ຫົວ)
-
5:24 - 5:27ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862
-
5:27 - 5:30ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress
-
5:31 - 5:34ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ
-
5:36 - 5:38ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ
-
5:38 - 5:40(ຫົວ)
-
5:40 - 5:43ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ
-
5:43 - 5:45(ຫົວ)
-
5:46 - 5:48ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862
-
5:48 - 5:50ເຊິ່ງຄົນອາເມລິກັນໃນທີ່ນີ້
-
5:50 - 5:52ຄົງຈະຮູ້ດີ
-
5:53 - 5:55ແຕ່ ເພິ່ນໄດ້ເວົ້າອັນນີ້
-
5:55 - 5:57“ຄວາມເຊື່ອ
-
5:57 - 5:59ຂອງອາດີດທີ່ມິດງຽບ
-
5:59 - 6:02ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ
-
6:02 - 6:04ເວລານີ້
-
6:04 - 6:06ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ
-
6:06 - 6:09ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ”
-
6:09 - 6:11ຂ້າພະເຈົ້າມັກອັນນີ້ຫຼາຍ
-
6:11 - 6:14ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ
-
6:15 - 6:17“ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່
-
6:17 - 6:20ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່
-
6:20 - 6:23ແລະ ປະຕິບັດແນວໃໝ່
-
6:23 - 6:26ພວກເຮົາຕ້ອງປົດປ່ອຍຕົນເອງ
-
6:26 - 6:29ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ
-
6:29 - 6:31ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ”
-
6:31 - 6:33ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ
-
6:33 - 6:36ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່
-
6:36 - 6:38ທີ່ເຮົາພຽງແຕ່ຖືເປັນຕາຍຕົວ
-
6:38 - 6:40ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ
-
6:40 - 6:42ແລະ ແນວຄວາມຄິດຫຼາຍອັນຂອງເຮົາ
-
6:42 - 6:45ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້
-
6:45 - 6:48ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ
-
6:48 - 6:50ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ
-
6:50 - 6:53ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້
-
6:53 - 6:56ບາດນີ້ ການເວົ້າມັນງ່າຍກວ່າການກະທຳ
-
6:56 - 6:59ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ
-
6:59 - 7:02ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ
-
7:02 - 7:05ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ
-
7:05 - 7:08ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ
-
7:08 - 7:10ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ
-
7:10 - 7:12ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ
-
7:12 - 7:15ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ
-
7:15 - 7:18ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ
-
7:18 - 7:21ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ
-
7:21 - 7:24ເຫັນລະ ມີຈຳນວນຫຼາຍຄືກັນເນາະ
-
7:24 - 7:27ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ
-
7:27 - 7:29ຄົນໄວໜຸ່ມບໍ່ໃສ່ໂມງແຂນ
-
7:29 - 7:31ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່
-
7:31 - 7:33ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່
-
7:33 - 7:35ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ
-
7:35 - 7:38ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ
-
7:38 - 7:40ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ
-
7:40 - 7:42ເຮົາຕ້ອງໃສ່ອຸປະກອນບອກເວລາ
-
7:42 - 7:45ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ
-
7:45 - 7:47ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ
-
7:47 - 7:49ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ
-
7:49 - 7:51ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ
-
7:51 - 7:54ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ
-
7:54 - 7:57ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ
-
7:57 - 7:59ລາວບໍ່ເຫັນຄວາມໝາຍໃນການໃສ່
-
7:59 - 8:02ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“
-
8:02 - 8:07(ຫົວ)
-
8:07 - 8:10“ເບິ່ງດຸ ມັນກະຈອກຂະໜາດໃດ”
-
8:10 - 8:12ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ”
-
8:12 - 8:16(ຫົວ)
-
8:17 - 8:20“ມັນເຮັດໄດ້ຫຼາຍຢ່າງ”
-
8:20 - 8:23ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ
-
8:23 - 8:25ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ
-
8:25 - 8:28ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່
-
8:28 - 8:31ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ
-
8:31 - 8:33ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້
-
8:33 - 8:35ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ
-
8:37 - 8:39ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ,
-
8:39 - 8:42ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ,
-
8:42 - 8:45ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ.
-
8:45 - 8:47ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ
-
8:47 - 8:49ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ
-
8:49 - 8:52ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ.
-
8:52 - 8:54ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ
-
8:54 - 8:56ໂດຍເລື່ອງລາວແນວເສັ້ນຊື່ນີ້.
-
8:56 - 8:58ບາງເທື່ອຈຸດສຸດຍອດຂອງການສຶກສາ
-
8:58 - 9:00ແມ່ນການເຂົ້າມະຫາວິທະຍາໄລ.
-
9:00 - 9:03ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ,
-
9:03 - 9:05ມະຫາວິທະຍາໄລບາງປະເພດ.
-
9:05 - 9:07ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ,
-
9:07 - 9:09ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້.
-
9:09 - 9:11ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ.
-
9:11 - 9:13ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້
-
9:13 - 9:15ເພື່ອເຊັນປື້ມ.
-
9:15 - 9:17ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ.
-
9:17 - 9:19ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?”
-
9:19 - 9:22ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.”
-
9:22 - 9:24ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?”
-
9:24 - 9:26ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.”
-
9:26 - 9:28ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?”
-
9:28 - 9:31ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ,
-
9:31 - 9:34ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.”
-
9:34 - 9:37“ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.”
-
9:37 - 9:40“ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ,
-
9:40 - 9:43ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ.
-
9:43 - 9:45ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ.
-
9:45 - 9:47ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ
-
9:47 - 9:49ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ,
-
9:49 - 9:52ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ,
-
9:52 - 9:54ວ່າຂ້ອຍມີສັກກະຍາພາບ,
-
9:54 - 9:56ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.”
-
9:56 - 9:58“ມັນເປັນຕາອົດສູ ເພາະວ່າ
-
9:58 - 10:00ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ.
-
10:00 - 10:02ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ,
-
10:02 - 10:05ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.”
-
10:05 - 10:07“ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້,
-
10:07 - 10:10ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,”
-
10:10 - 10:12“ເພາະວ່າຫົກເດືອນກ່ອນ,
-
10:12 - 10:14ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.”
-
10:14 - 10:16(ຫົວ)
-
10:16 - 10:18ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້,
-
10:18 - 10:21ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ,
-
10:21 - 10:24ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.”
-
10:24 - 10:26“ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.”
-
10:26 - 10:28(ຫົວ)
-
10:28 - 10:33(ຕົບມື)
-
10:34 - 10:36ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ,
-
10:36 - 10:38ສັງຄົມຄົນແມ່ນຂຶ້ນກັບ
-
10:38 - 10:40ຄວາມຫຼາກຫຼາຍທາງດ້ານທັກສະ,
-
10:40 - 10:43ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ.
-
10:43 - 10:45ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ -
-
10:45 - 10:47(ຕົບມື)
-
10:47 - 10:49ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ
-
10:49 - 10:51ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່
-
10:51 - 10:53ແລະ ກ່ຽວກັບຄວາມສະຫຼາດ.
-
10:53 - 10:55ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ.
-
10:55 - 10:57ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ
-
10:57 - 10:59ປະມານເກົ້າປີກ່ອນ,
-
10:59 - 11:02ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ,
-
11:02 - 11:04ທີ່ມີເຈດຕະນາທີ່ດີ,
-
11:04 - 11:07ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.”
-
11:09 - 11:11ບໍ່ໜາ.
-
11:11 - 11:14(ຫົວ)
-
11:14 - 11:16ມັນບໍ່ແມ່ນ.
-
11:16 - 11:19ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ.
-
11:19 - 11:21(ຫົວ)
-
11:21 - 11:23ອານຸບານ ເລີ່ມທີ່ ອານຸບານ.
-
11:23 - 11:25(ຫົວ)
-
11:25 - 11:27ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ,
-
11:27 - 11:30“ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.”
-
11:30 - 11:32(ຫົວ)
-
11:32 - 11:37(ຕົບມື)
-
11:37 - 11:39ເຂົາເປັນເດັກສາມຂວບ.
-
11:39 - 11:41ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້,
-
11:41 - 11:44ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້,
-
11:44 - 11:46ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ,
-
11:46 - 11:49ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ.
-
11:51 - 11:53ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ,
-
11:53 - 11:55ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້
-
11:55 - 11:58(ຫົວ)
-
11:58 - 12:00ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?”
-
12:00 - 12:02(ຫົວ)
-
12:02 - 12:05(ຕົບມື)
-
12:05 - 12:08“ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?”
-
12:08 - 12:15(ຫົວ)
-
12:15 - 12:18“ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ.
-
12:18 - 12:21ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.”
-
12:21 - 12:24(ຫົວ)
-
12:26 - 12:29ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ.
-
12:29 - 12:31ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ.
-
12:31 - 12:33ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ
-
12:33 - 12:35ຕາມໂຄງຮ່າງອາຫານສຳເລັດຮູບ.
-
12:35 - 12:38ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ.
-
12:38 - 12:40ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ.
-
12:40 - 12:42ອັນໜຶ່ງແມ່ນ ອາຫານສຳເລັດຮູບ
-
12:42 - 12:44ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ.
-
12:44 - 12:46ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin,
-
12:46 - 12:48ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ,
-
12:48 - 12:50ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ.
-
12:50 - 12:53ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ.
-
12:53 - 12:56ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ
-
12:56 - 12:59ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ.
-
12:59 - 13:04(ຕົບມື)
-
13:05 - 13:07ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້.
-
13:07 - 13:10ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ.
-
13:10 - 13:12ຄົນເຮົາມີໄຫວພິບທີ່ຕ່າງກັນ.
-
13:12 - 13:14ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ
-
13:14 - 13:16ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ
-
13:16 - 13:19ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ.
-
13:20 - 13:23ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ.
-
13:23 - 13:25(ຫົວ)
-
13:25 - 13:27ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ.
-
13:27 - 13:30ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ
-
13:30 - 13:32ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ.
-
13:32 - 13:34ມັນກໍ່ຍັງບໍ່ເປັນເພງ.
-
13:37 - 13:39ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້.
-
13:39 - 13:41ມັນຍັງກ່ຽວກັບອາລົມຄວາມມັກ.
-
13:41 - 13:43ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ.
-
13:43 - 13:45ມັນກ່ຽວກັບອາລົມຄວາມມັກ,
-
13:45 - 13:48ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ.
-
13:48 - 13:51ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ,
-
13:51 - 13:54ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ.
-
13:54 - 13:57ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ,
-
13:57 - 13:59ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ,
-
13:59 - 14:02ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ.
-
14:02 - 14:04ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ,
-
14:04 - 14:07ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ.
-
14:07 - 14:09ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ,
-
14:09 - 14:11ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ.
-
14:11 - 14:14ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ
-
14:14 - 14:16ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ,
-
14:16 - 14:19ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ.
-
14:19 - 14:22ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ.
-
14:22 - 14:25ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ,
-
14:25 - 14:27ແບບການຜະລິດ,
-
14:27 - 14:29ເຊິ່ງຢືນຢູ່ບົນເສັ້ນຊື່
-
14:29 - 14:32ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່.
-
14:32 - 14:34ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ
-
14:34 - 14:37ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ.
-
14:37 - 14:40ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ
-
14:40 - 14:42ບໍ່ແມ່ນຂະບວນການເຄື່ອງຈັກ,
-
14:42 - 14:44ມັນແມ່ນການປ່ຽນແປງທາງຊີວະ.
-
14:44 - 14:47ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ;
-
14:47 - 14:49ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ,
-
14:49 - 14:51ແມ່ນສ້າງເງື່ອນໄຂທີ່
-
14:51 - 14:53ພວກເຂົາຈະເລີ່ມຈະເລີນເຕີມໂຕ.
-
14:53 - 14:56ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ,
-
14:56 - 14:59ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ.
-
14:59 - 15:01ມີລະບົບທີ່ດີເດັ່ນ ຄືກັບ KIPP.
-
15:01 - 15:03ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ.
-
15:03 - 15:06ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ,
-
15:06 - 15:08ແລະ ປັບແຕ່ງການສຶກສາ
-
15:08 - 15:10ໃຫ້ເຂົ້າກັບຄົນທີ່ທ່ານສອນ.
-
15:10 - 15:12ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ
-
15:12 - 15:14ແມ່ນຄຳຕອບສຳລັບອະນາຄົດ
-
15:14 - 15:17ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ;
-
15:17 - 15:19ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ
-
15:19 - 15:22ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ,
-
15:22 - 15:25ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້.
-
15:25 - 15:27ດຽວນີ້, ໃນຫ້ອງນີ້,
-
15:27 - 15:29ມີຄົນທີ່ເປັນຕົວແທນ
-
15:29 - 15:31ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ,
-
15:31 - 15:33ດ້ານສື່, ດ້ານອິນເຕີເນັດ,
-
15:33 - 15:35ເຕັກໂນໂລຢີເຫຼົ່ານີ້,
-
15:35 - 15:38ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ,
-
15:38 - 15:41ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ.
-
15:41 - 15:43ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ
-
15:43 - 15:45ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ,
-
15:45 - 15:47ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ.
-
15:47 - 15:49ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ
-
15:49 - 15:51ມາເປັນໂຄງຮ່າງກະສິກຳ,
-
15:51 - 15:54ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ.
-
15:54 - 15:56ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ.
-
15:56 - 15:58ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ
-
15:58 - 16:00ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ.
-
16:00 - 16:02ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ
-
16:02 - 16:05ໃນໄລຍະສາມສີ່ວັນຜ່ານມາ.
-
16:05 - 16:07ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ -
-
16:07 - 16:10ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້,
-
16:10 - 16:12ທີ່ໄດ້ມາຈາກບົດກອນເກົ່າ.
-
16:12 - 16:14ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ
-
16:14 - 16:17ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ.
-
16:17 - 16:19ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ,
-
16:19 - 16:21ຊື່ Maud Gonne,
-
16:21 - 16:24ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ
-
16:24 - 16:27ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້.
-
16:27 - 16:30ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.”
-
16:30 - 16:32ລາວເວົ້າສິ່ງນີ້:
-
16:32 - 16:35“ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ,
-
16:35 - 16:37ຕຳ່ດ້ວຍໄໝຄຳ,
-
16:37 - 16:39ແລະ ແສງເງິນ,
-
16:39 - 16:41ສີຟ້າ ແລະ ສີມົວ
-
16:41 - 16:43ແລະ ສີມືດຂອງຜືນຜ້າ
-
16:43 - 16:46ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ,
-
16:46 - 16:49ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ;
-
16:49 - 16:52ແຕ່ຂ້ອຍຄົນທຸກ,
-
16:52 - 16:55ມີແຕ່ຄວາມຝັນ;
-
16:55 - 16:58ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ;
-
16:58 - 17:00ຈົ່ງຍ່າງດ້ວຍຄວາມລະວັງ
-
17:00 - 17:03ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.”
-
17:03 - 17:06ແລະ ທຸກໆມື້, ທຸກໆບ່ອນ,
-
17:06 - 17:09ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ.
-
17:09 - 17:12ພວກເຮົາຄວນຍ່າງດ້ວຍຄວາມລະວັງ.
-
17:12 - 17:14ຂໍຂອບໃຈ.
-
17:14 - 17:31(ຕົບມື)
-
17:31 - 17:33ຂໍຂອບໃຈຫຼາຍໆ.
- Title:
- ທ່ານ ເຄັນ ໂຣບິນສັນ: ເອົາການປະຕິວັດດ້ານການຮຽນມາ!
- Speaker:
- Sir Ken Robinson
- Description:
-
ໃນບົດສະເໜີທີ່ ເຜັດຮ້ອນ ຊວນຫົວ ຕໍ່ເນື່ອງຈາກນິທານທີ່ເພິ່ນເລົ່າໃນປີ 2006, ທ່ານ ເຄັນ ໂຣບິນສັນ ສະເໜີແນວຄວາມຄິດສຳລັບການປ່ຽນແປງຂັ້ນພື້ນຖານ ຈາກໂຮງຮຽນຕາມມາດຕະຖານ ຫາການຮຽນທີ່ແທດເໝາະກັບຄວາມຕ້ອງການສ່ວນບຸກຄົນ - ສ້າງເງື່ອນໄຂໃຫ້ປັນຍາຕາມທຳມະຊາດຂອງເດັກສາມາດເກີດດອກອອກຜົນໄດ້
- Video Language:
- English
- Team:
closed TED
- Project:
- TEDTalks
- Duration:
- 17:37