WEBVTT 00:00:01.000 --> 00:00:03.000 ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ 00:00:03.000 --> 00:00:05.000 ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ 00:00:05.000 --> 00:00:08.000 ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ 00:00:08.000 --> 00:00:12.000 ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED 00:00:12.000 --> 00:00:14.000 ຊຸດບັນທຶກການສະເໜີໃນຮູບແບບ DVD 00:00:14.000 --> 00:00:17.000 ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ NOTE Paragraph 00:00:17.000 --> 00:00:19.000 (ຫົວ) NOTE Paragraph 00:00:19.000 --> 00:00:21.000 ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ 00:00:21.000 --> 00:00:23.000 ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ 00:00:23.000 --> 00:00:25.000 ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ 00:00:25.000 --> 00:00:28.000 ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້” NOTE Paragraph 00:00:28.000 --> 00:00:30.000 ແລະ ສີ່ປີຕໍ່ມາ 00:00:30.000 --> 00:00:32.000 ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ... 00:00:32.000 --> 00:00:35.000 ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ 00:00:35.000 --> 00:00:38.000 ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ 00:00:38.000 --> 00:00:40.000 ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້ 00:00:40.000 --> 00:00:44.000 ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ 00:00:44.000 --> 00:00:46.000 ບັນທຶກພາບຂອງຂ້າພະເຈົ້າ NOTE Paragraph 00:00:46.000 --> 00:00:49.000 (ຫົວ) NOTE Paragraph 00:00:49.000 --> 00:00:52.000 (ຕົບມື) NOTE Paragraph 00:00:54.000 --> 00:00:55.000 ... ທ່ານບໍ່ຮູ້ສຶກບໍ NOTE Paragraph 00:00:55.000 --> 00:00:58.000 (ຫົວ) NOTE Paragraph 00:01:00.000 --> 00:01:03.000 ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ 00:01:03.000 --> 00:01:07.000 ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ NOTE Paragraph 00:01:07.000 --> 00:01:08.000 (ຫົວ) NOTE Paragraph 00:01:10.000 --> 00:01:12.000 ທ່ານ ອາລ ກໍລ ໄດ້ກ່າວ 00:01:12.000 --> 00:01:15.000 ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ 00:01:15.000 --> 00:01:17.000 ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ 00:01:17.000 --> 00:01:19.000 ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ 00:01:19.000 --> 00:01:21.000 ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ 00:01:21.000 --> 00:01:23.000 ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ 00:01:23.000 --> 00:01:26.000 ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້ 00:01:26.000 --> 00:01:28.000 ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ NOTE Paragraph 00:01:28.000 --> 00:01:33.000 (ຫົວ) NOTE Paragraph 00:01:36.000 --> 00:01:38.000 ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ 00:01:38.000 --> 00:01:41.000 ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ 00:01:41.000 --> 00:01:44.000 ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ 00:01:44.000 --> 00:01:47.000 (ຫົວ) 00:01:47.000 --> 00:01:50.000 ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ 00:01:51.000 --> 00:01:53.000 ເຊິ່ງກໍ່ຮ້າຍແຮງຄືກັນ 00:01:53.000 --> 00:01:56.000 ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ 00:01:56.000 --> 00:01:59.000 ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ 00:01:59.000 --> 00:02:01.000 ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ - 00:02:01.000 --> 00:02:03.000 ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ 00:02:03.000 --> 00:02:05.000 ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ 00:02:05.000 --> 00:02:08.000 ຂ້ອຍບໍ່ຕ້ອງການອັນທີສອງອີກ” 00:02:08.000 --> 00:02:10.000 ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ 00:02:10.000 --> 00:02:13.000 ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ 00:02:13.000 --> 00:02:15.000 ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ NOTE Paragraph 00:02:15.000 --> 00:02:17.000 ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ 00:02:17.000 --> 00:02:19.000 ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ 00:02:19.000 --> 00:02:22.000 ວ່າພວກເຮົານຳໃຊ້ 00:02:22.000 --> 00:02:25.000 ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ 00:02:25.000 --> 00:02:27.000 ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ 00:02:27.000 --> 00:02:30.000 ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້ 00:02:30.000 --> 00:02:32.000 ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້ 00:02:32.000 --> 00:02:34.000 ຂ້າພະເຈົ້າພົບປະກັບຄົນທຸກປະເພດ 00:02:34.000 --> 00:02:37.000 ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ NOTE Paragraph 00:02:38.000 --> 00:02:41.000 ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ 00:02:41.000 --> 00:02:44.000 ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ 00:02:44.000 --> 00:02:46.000 ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້ 00:02:46.000 --> 00:02:48.000 ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ 00:02:48.000 --> 00:02:50.000 ພວກທີ່ແບ່ງໂລກອອກເປັນສອງສ່ວນ 00:02:50.000 --> 00:02:52.000 ແລະ ພວກທີ່ບໍ່ແບ່ງ” 00:02:52.000 --> 00:02:55.000 (ຫົວ) 00:02:57.000 --> 00:02:59.000 ອັນ ຂ້າພະເຈົ້າແບ່ງ 00:02:59.000 --> 00:03:01.000 (ຫົວ) NOTE Paragraph 00:03:04.000 --> 00:03:06.000 ຂ້າພະເຈົ້າພົບປະກັບຄົນທຸກປະເພດ 00:03:06.000 --> 00:03:09.000 ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ 00:03:09.000 --> 00:03:11.000 ພວກເຂົາພຽງແຕ່ໃຊ້ຊີວິດ 00:03:11.000 --> 00:03:13.000 ໄປກັບມັນ 00:03:13.000 --> 00:03:15.000 ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ 00:03:15.000 --> 00:03:18.000 ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ 00:03:18.000 --> 00:03:21.000 ແລະ ລໍຖ້າວັນພັກທ້າຍອາທິດ 00:03:21.000 --> 00:03:23.000 ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ 00:03:23.000 --> 00:03:25.000 ທີ່ຮັກສິ່ງທີ່ພວກເຂົາເຮັດ 00:03:25.000 --> 00:03:27.000 ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້ 00:03:27.000 --> 00:03:30.000 ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ 00:03:30.000 --> 00:03:33.000 ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ 00:03:33.000 --> 00:03:35.000 “ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່ 00:03:35.000 --> 00:03:37.000 ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ 00:03:37.000 --> 00:03:39.000 ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ” 00:03:39.000 --> 00:03:42.000 ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ 00:03:42.000 --> 00:03:44.000 ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ 00:03:44.000 --> 00:03:46.000 ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້ 00:03:46.000 --> 00:03:48.000 ແລະ ຂ້າພະເຈົ້າຄິດວ່າມີຫຼາຍ NOTE Paragraph 00:03:48.000 --> 00:03:50.000 ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່ 00:03:50.000 --> 00:03:52.000 ແລະ ສູງສຸດໃນນັ້ນ 00:03:52.000 --> 00:03:54.000 ແມ່ນການສຶກສາ 00:03:54.000 --> 00:03:56.000 ຍ້ອນວ່າການສຶກສາ ໃນທາງໜຶ່ງ 00:03:56.000 --> 00:03:58.000 ແຍກຫຼາຍໆຄົນອອກ 00:03:58.000 --> 00:04:00.000 ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ 00:04:00.000 --> 00:04:03.000 ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ 00:04:03.000 --> 00:04:05.000 ມັນມັກຖືກຝັງຢູ່ເລິກໆ 00:04:05.000 --> 00:04:07.000 ເຈົ້າຕ້ງອໄປຊອກຫາມັນ 00:04:07.000 --> 00:04:09.000 ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ 00:04:09.000 --> 00:04:12.000 ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ 00:04:12.000 --> 00:04:14.000 ແລະ ທ່ານອາດຄິດວ່າ 00:04:14.000 --> 00:04:16.000 ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ 00:04:16.000 --> 00:04:18.000 ແຕ່ສ່ວນຫຼາຍ ບໍ່ແມ່ນ 00:04:18.000 --> 00:04:20.000 ລະບົບການສຶກສາທຸກອັນໃນໂລກ 00:04:20.000 --> 00:04:22.000 ໃນຂະໜະນີ້ ກຳລັງຖືກປະຕິຮູບ 00:04:22.000 --> 00:04:24.000 ແລະ ມັນຍັງບໍ່ພໍ 00:04:24.000 --> 00:04:26.000 ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ 00:04:26.000 --> 00:04:29.000 ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້ 00:04:29.000 --> 00:04:31.000 ສິ່ງທີ່ພວກເຮົາຕ້ອງການ - 00:04:31.000 --> 00:04:33.000 ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ - 00:04:33.000 --> 00:04:35.000 ບໍ່ແມ່ນການວິວັດທະນາການ 00:04:35.000 --> 00:04:38.000 ແຕ່ແມ່ນການປະຕິວັດທາງການສຶກສາ 00:04:38.000 --> 00:04:40.000 ສິ່ງນີ້ຕ້ອງໄດ້ແປງຮູບ 00:04:40.000 --> 00:04:42.000 ໄປເປັນແນວໃໝ່ NOTE Paragraph 00:04:42.000 --> 00:04:47.000 (ຕົບມື) NOTE Paragraph 00:04:48.000 --> 00:04:50.000 ສິ່ງທ້າທາຍແທ້ໆອັນໜຶ່ງ 00:04:50.000 --> 00:04:52.000 ແມ່ນການປ່ຽນແປງຂັ້ນພື້ນຖານ 00:04:52.000 --> 00:04:54.000 ໃນການສຶກສາ 00:04:54.000 --> 00:04:56.000 ການປ່ຽນແປງແມ່ນຍາກ 00:04:56.000 --> 00:04:58.000 ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ 00:04:58.000 --> 00:05:00.000 ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ 00:05:00.000 --> 00:05:03.000 ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ 00:05:03.000 --> 00:05:06.000 ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ 00:05:06.000 --> 00:05:08.000 ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ 00:05:08.000 --> 00:05:10.000 ຫຼື ການແປງຮູບ 00:05:10.000 --> 00:05:12.000 ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ - 00:05:12.000 --> 00:05:14.000 ສິ່ງທີ່ຄົນຄິດ 00:05:14.000 --> 00:05:16.000 “ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ” NOTE Paragraph 00:05:16.000 --> 00:05:19.000 ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ 00:05:19.000 --> 00:05:22.000 ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້ 00:05:22.000 --> 00:05:24.000 (ຫົວ) 00:05:24.000 --> 00:05:27.000 ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862 00:05:27.000 --> 00:05:30.000 ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress 00:05:31.000 --> 00:05:34.000 ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ 00:05:36.000 --> 00:05:38.000 ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ 00:05:38.000 --> 00:05:40.000 (ຫົວ) 00:05:40.000 --> 00:05:43.000 ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ 00:05:43.000 --> 00:05:45.000 (ຫົວ) 00:05:46.000 --> 00:05:48.000 ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862 00:05:48.000 --> 00:05:50.000 ເຊິ່ງຄົນອາເມລິກັນໃນທີ່ນີ້ 00:05:50.000 --> 00:05:52.000 ຄົງຈະຮູ້ດີ NOTE Paragraph 00:05:53.000 --> 00:05:55.000 ແຕ່ ເພິ່ນໄດ້ເວົ້າອັນນີ້ 00:05:55.000 --> 00:05:57.000 “ຄວາມເຊື່ອ 00:05:57.000 --> 00:05:59.000 ຂອງອາດີດທີ່ມິດງຽບ 00:05:59.000 --> 00:06:02.000 ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ 00:06:02.000 --> 00:06:04.000 ເວລານີ້ 00:06:04.000 --> 00:06:06.000 ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ 00:06:06.000 --> 00:06:09.000 ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ” 00:06:09.000 --> 00:06:11.000 ຂ້າພະເຈົ້າມັກອັນນີ້ຫຼາຍ 00:06:11.000 --> 00:06:14.000 ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ 00:06:15.000 --> 00:06:17.000 “ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່ 00:06:17.000 --> 00:06:20.000 ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່ 00:06:20.000 --> 00:06:23.000 ແລະ ປະຕິບັດແນວໃໝ່ 00:06:23.000 --> 00:06:26.000 ພວກເຮົາຕ້ອງປົດປ່ອຍຕົນເອງ 00:06:26.000 --> 00:06:29.000 ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ NOTE Paragraph 00:06:29.000 --> 00:06:31.000 ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ” 00:06:31.000 --> 00:06:33.000 ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ 00:06:33.000 --> 00:06:36.000 ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່ 00:06:36.000 --> 00:06:38.000 ທີ່ເຮົາພຽງແຕ່ຖືເປັນຕາຍຕົວ 00:06:38.000 --> 00:06:40.000 ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ 00:06:40.000 --> 00:06:42.000 ແລະ ແນວຄວາມຄິດຫຼາຍອັນຂອງເຮົາ 00:06:42.000 --> 00:06:45.000 ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້ 00:06:45.000 --> 00:06:48.000 ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ 00:06:48.000 --> 00:06:50.000 ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ 00:06:50.000 --> 00:06:53.000 ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້ 00:06:53.000 --> 00:06:56.000 ບາດນີ້ ການເວົ້າມັນງ່າຍກວ່າການກະທຳ 00:06:56.000 --> 00:06:59.000 ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ 00:06:59.000 --> 00:07:02.000 ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ NOTE Paragraph 00:07:02.000 --> 00:07:05.000 ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ 00:07:05.000 --> 00:07:08.000 ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ 00:07:08.000 --> 00:07:10.000 ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ 00:07:10.000 --> 00:07:12.000 ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ 00:07:12.000 --> 00:07:15.000 ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ 00:07:15.000 --> 00:07:18.000 ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ 00:07:18.000 --> 00:07:21.000 ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ 00:07:21.000 --> 00:07:24.000 ເຫັນລະ ມີຈຳນວນຫຼາຍຄືກັນເນາະ 00:07:24.000 --> 00:07:27.000 ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ 00:07:27.000 --> 00:07:29.000 ຄົນໄວໜຸ່ມບໍ່ໃສ່ໂມງແຂນ 00:07:29.000 --> 00:07:31.000 ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່ 00:07:31.000 --> 00:07:33.000 ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່ 00:07:33.000 --> 00:07:35.000 ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ 00:07:35.000 --> 00:07:38.000 ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ 00:07:38.000 --> 00:07:40.000 ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ 00:07:40.000 --> 00:07:42.000 ເຮົາຕ້ອງໃສ່ອຸປະກອນບອກເວລາ 00:07:42.000 --> 00:07:45.000 ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ 00:07:45.000 --> 00:07:47.000 ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ 00:07:47.000 --> 00:07:49.000 ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ 00:07:49.000 --> 00:07:51.000 ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ 00:07:51.000 --> 00:07:54.000 ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ 00:07:54.000 --> 00:07:57.000 ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ 00:07:57.000 --> 00:07:59.000 ລາວບໍ່ເຫັນຄວາມໝາຍໃນການໃສ່ 00:07:59.000 --> 00:08:02.000 ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“ 00:08:02.000 --> 00:08:07.000 (ຫົວ) 00:08:07.000 --> 00:08:10.000 “ເບິ່ງດຸ ມັນກະຈອກຂະໜາດໃດ” 00:08:10.000 --> 00:08:12.000 ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ” 00:08:12.000 --> 00:08:16.000 (ຫົວ) 00:08:17.000 --> 00:08:20.000 “ມັນເຮັດໄດ້ຫຼາຍຢ່າງ” NOTE Paragraph 00:08:20.000 --> 00:08:23.000 ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ 00:08:23.000 --> 00:08:25.000 ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ 00:08:25.000 --> 00:08:28.000 ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່ 00:08:28.000 --> 00:08:31.000 ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ 00:08:31.000 --> 00:08:33.000 ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້ 00:08:33.000 --> 00:08:35.000 ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ 00:08:37.000 --> 00:08:39.000 ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ, 00:08:39.000 --> 00:08:42.000 ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ, 00:08:42.000 --> 00:08:45.000 ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ. 00:08:45.000 --> 00:08:47.000 ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ 00:08:47.000 --> 00:08:49.000 ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ 00:08:49.000 --> 00:08:52.000 ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ. 00:08:52.000 --> 00:08:54.000 ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ 00:08:54.000 --> 00:08:56.000 ໂດຍເລື່ອງລາວແນວເສັ້ນຊື່ນີ້. 00:08:56.000 --> 00:08:58.000 ບາງເທື່ອຈຸດສຸດຍອດຂອງການສຶກສາ 00:08:58.000 --> 00:09:00.000 ແມ່ນການເຂົ້າມະຫາວິທະຍາໄລ. 00:09:00.000 --> 00:09:03.000 ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ, 00:09:03.000 --> 00:09:05.000 ມະຫາວິທະຍາໄລບາງປະເພດ. 00:09:05.000 --> 00:09:07.000 ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ, 00:09:07.000 --> 00:09:09.000 ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້. 00:09:09.000 --> 00:09:11.000 ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ. NOTE Paragraph 00:09:11.000 --> 00:09:13.000 ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້ 00:09:13.000 --> 00:09:15.000 ເພື່ອເຊັນປື້ມ. 00:09:15.000 --> 00:09:17.000 ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ. 00:09:17.000 --> 00:09:19.000 ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?” 00:09:19.000 --> 00:09:22.000 ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.” 00:09:22.000 --> 00:09:24.000 ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?” 00:09:24.000 --> 00:09:26.000 ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.” 00:09:26.000 --> 00:09:28.000 ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?” 00:09:28.000 --> 00:09:31.000 ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ, 00:09:31.000 --> 00:09:34.000 ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.” 00:09:34.000 --> 00:09:37.000 “ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.” 00:09:37.000 --> 00:09:40.000 “ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ, 00:09:40.000 --> 00:09:43.000 ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ. 00:09:43.000 --> 00:09:45.000 ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ. 00:09:45.000 --> 00:09:47.000 ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ 00:09:47.000 --> 00:09:49.000 ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ, 00:09:49.000 --> 00:09:52.000 ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ, 00:09:52.000 --> 00:09:54.000 ວ່າຂ້ອຍມີສັກກະຍາພາບ, 00:09:54.000 --> 00:09:56.000 ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.” 00:09:56.000 --> 00:09:58.000 “ມັນເປັນຕາອົດສູ ເພາະວ່າ 00:09:58.000 --> 00:10:00.000 ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ. 00:10:00.000 --> 00:10:02.000 ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ, 00:10:02.000 --> 00:10:05.000 ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.” 00:10:05.000 --> 00:10:07.000 “ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້, 00:10:07.000 --> 00:10:10.000 ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,” 00:10:10.000 --> 00:10:12.000 “ເພາະວ່າຫົກເດືອນກ່ອນ, 00:10:12.000 --> 00:10:14.000 ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.” 00:10:14.000 --> 00:10:16.000 (ຫົວ) 00:10:16.000 --> 00:10:18.000 ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້, 00:10:18.000 --> 00:10:21.000 ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ, 00:10:21.000 --> 00:10:24.000 ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.” 00:10:24.000 --> 00:10:26.000 “ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.” NOTE Paragraph 00:10:26.000 --> 00:10:28.000 (ຫົວ) NOTE Paragraph 00:10:28.000 --> 00:10:33.000 (ຕົບມື) NOTE Paragraph 00:10:34.000 --> 00:10:36.000 ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ, 00:10:36.000 --> 00:10:38.000 ສັງຄົມຄົນແມ່ນຂຶ້ນກັບ 00:10:38.000 --> 00:10:40.000 ຄວາມຫຼາກຫຼາຍທາງດ້ານທັກສະ, 00:10:40.000 --> 00:10:43.000 ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ. 00:10:43.000 --> 00:10:45.000 ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ - 00:10:45.000 --> 00:10:47.000 (ຕົບມື) 00:10:47.000 --> 00:10:49.000 ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ 00:10:49.000 --> 00:10:51.000 ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່ 00:10:51.000 --> 00:10:53.000 ແລະ ກ່ຽວກັບຄວາມສະຫຼາດ. 00:10:53.000 --> 00:10:55.000 ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ. NOTE Paragraph 00:10:55.000 --> 00:10:57.000 ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ 00:10:57.000 --> 00:10:59.000 ປະມານເກົ້າປີກ່ອນ, 00:10:59.000 --> 00:11:02.000 ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ, 00:11:02.000 --> 00:11:04.000 ທີ່ມີເຈດຕະນາທີ່ດີ, 00:11:04.000 --> 00:11:07.000 ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.” 00:11:09.000 --> 00:11:11.000 ບໍ່ໜາ. 00:11:11.000 --> 00:11:14.000 (ຫົວ) 00:11:14.000 --> 00:11:16.000 ມັນບໍ່ແມ່ນ. 00:11:16.000 --> 00:11:19.000 ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ. 00:11:19.000 --> 00:11:21.000 (ຫົວ) 00:11:21.000 --> 00:11:23.000 ອານຸບານ ເລີ່ມທີ່ ອານຸບານ. 00:11:23.000 --> 00:11:25.000 (ຫົວ) 00:11:25.000 --> 00:11:27.000 ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ, 00:11:27.000 --> 00:11:30.000 “ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.” 00:11:30.000 --> 00:11:32.000 (ຫົວ) 00:11:32.000 --> 00:11:37.000 (ຕົບມື) 00:11:37.000 --> 00:11:39.000 ເຂົາເປັນເດັກສາມຂວບ. NOTE Paragraph 00:11:39.000 --> 00:11:41.000 ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້, 00:11:41.000 --> 00:11:44.000 ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້, 00:11:44.000 --> 00:11:46.000 ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ, 00:11:46.000 --> 00:11:49.000 ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ. 00:11:51.000 --> 00:11:53.000 ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ, 00:11:53.000 --> 00:11:55.000 ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້ 00:11:55.000 --> 00:11:58.000 (ຫົວ) 00:11:58.000 --> 00:12:00.000 ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?” 00:12:00.000 --> 00:12:02.000 (ຫົວ) 00:12:02.000 --> 00:12:05.000 (ຕົບມື) 00:12:05.000 --> 00:12:08.000 “ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?” 00:12:08.000 --> 00:12:15.000 (ຫົວ) 00:12:15.000 --> 00:12:18.000 “ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ. 00:12:18.000 --> 00:12:21.000 ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.” 00:12:21.000 --> 00:12:24.000 (ຫົວ) 00:12:26.000 --> 00:12:29.000 ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ. NOTE Paragraph 00:12:29.000 --> 00:12:31.000 ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ. 00:12:31.000 --> 00:12:33.000 ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ 00:12:33.000 --> 00:12:35.000 ຕາມໂຄງຮ່າງອາຫານສຳເລັດຮູບ. 00:12:35.000 --> 00:12:38.000 ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ. 00:12:38.000 --> 00:12:40.000 ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ. 00:12:40.000 --> 00:12:42.000 ອັນໜຶ່ງແມ່ນ ອາຫານສຳເລັດຮູບ 00:12:42.000 --> 00:12:44.000 ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ. 00:12:44.000 --> 00:12:46.000 ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin, 00:12:46.000 --> 00:12:48.000 ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ, 00:12:48.000 --> 00:12:50.000 ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ. 00:12:50.000 --> 00:12:53.000 ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ. 00:12:53.000 --> 00:12:56.000 ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ 00:12:56.000 --> 00:12:59.000 ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ. NOTE Paragraph 00:12:59.000 --> 00:13:04.000 (ຕົບມື) NOTE Paragraph 00:13:05.000 --> 00:13:07.000 ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້. 00:13:07.000 --> 00:13:10.000 ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ. 00:13:10.000 --> 00:13:12.000 ຄົນເຮົາມີໄຫວພິບທີ່ຕ່າງກັນ. 00:13:12.000 --> 00:13:14.000 ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ 00:13:14.000 --> 00:13:16.000 ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ 00:13:16.000 --> 00:13:19.000 ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ. 00:13:20.000 --> 00:13:23.000 ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ. 00:13:23.000 --> 00:13:25.000 (ຫົວ) 00:13:25.000 --> 00:13:27.000 ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ. 00:13:27.000 --> 00:13:30.000 ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ 00:13:30.000 --> 00:13:32.000 ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ. 00:13:32.000 --> 00:13:34.000 ມັນກໍ່ຍັງບໍ່ເປັນເພງ. NOTE Paragraph 00:13:37.000 --> 00:13:39.000 ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້. 00:13:39.000 --> 00:13:41.000 ມັນຍັງກ່ຽວກັບອາລົມຄວາມມັກ. 00:13:41.000 --> 00:13:43.000 ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ. 00:13:43.000 --> 00:13:45.000 ມັນກ່ຽວກັບອາລົມຄວາມມັກ, 00:13:45.000 --> 00:13:48.000 ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ. 00:13:48.000 --> 00:13:51.000 ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ, 00:13:51.000 --> 00:13:54.000 ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ. 00:13:54.000 --> 00:13:57.000 ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ, 00:13:57.000 --> 00:13:59.000 ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ, 00:13:59.000 --> 00:14:02.000 ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ. 00:14:02.000 --> 00:14:04.000 ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ, 00:14:04.000 --> 00:14:07.000 ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ. 00:14:07.000 --> 00:14:09.000 ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ, 00:14:09.000 --> 00:14:11.000 ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ. 00:14:11.000 --> 00:14:14.000 ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ 00:14:14.000 --> 00:14:16.000 ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ, 00:14:16.000 --> 00:14:19.000 ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ. NOTE Paragraph 00:14:19.000 --> 00:14:22.000 ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ. 00:14:22.000 --> 00:14:25.000 ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ, 00:14:25.000 --> 00:14:27.000 ແບບການຜະລິດ, 00:14:27.000 --> 00:14:29.000 ເຊິ່ງຢືນຢູ່ບົນເສັ້ນຊື່ 00:14:29.000 --> 00:14:32.000 ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່. 00:14:32.000 --> 00:14:34.000 ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ 00:14:34.000 --> 00:14:37.000 ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ. 00:14:37.000 --> 00:14:40.000 ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ 00:14:40.000 --> 00:14:42.000 ບໍ່ແມ່ນຂະບວນການເຄື່ອງຈັກ, 00:14:42.000 --> 00:14:44.000 ມັນແມ່ນການປ່ຽນແປງທາງຊີວະ. 00:14:44.000 --> 00:14:47.000 ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ; 00:14:47.000 --> 00:14:49.000 ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ, 00:14:49.000 --> 00:14:51.000 ແມ່ນສ້າງເງື່ອນໄຂທີ່ 00:14:51.000 --> 00:14:53.000 ພວກເຂົາຈະເລີ່ມຈະເລີນເຕີມໂຕ. NOTE Paragraph 00:14:53.000 --> 00:14:56.000 ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ, 00:14:56.000 --> 00:14:59.000 ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ. 00:14:59.000 --> 00:15:01.000 ມີລະບົບທີ່ດີເດັ່ນ ຄືກັບ KIPP. 00:15:01.000 --> 00:15:03.000 ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ. 00:15:03.000 --> 00:15:06.000 ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ, 00:15:06.000 --> 00:15:08.000 ແລະ ປັບແຕ່ງການສຶກສາ 00:15:08.000 --> 00:15:10.000 ໃຫ້ເຂົ້າກັບຄົນທີ່ທ່ານສອນ. 00:15:10.000 --> 00:15:12.000 ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ 00:15:12.000 --> 00:15:14.000 ແມ່ນຄຳຕອບສຳລັບອະນາຄົດ 00:15:14.000 --> 00:15:17.000 ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ; 00:15:17.000 --> 00:15:19.000 ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ 00:15:19.000 --> 00:15:22.000 ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ, 00:15:22.000 --> 00:15:25.000 ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້. NOTE Paragraph 00:15:25.000 --> 00:15:27.000 ດຽວນີ້, ໃນຫ້ອງນີ້, 00:15:27.000 --> 00:15:29.000 ມີຄົນທີ່ເປັນຕົວແທນ 00:15:29.000 --> 00:15:31.000 ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ, 00:15:31.000 --> 00:15:33.000 ດ້ານສື່, ດ້ານອິນເຕີເນັດ, 00:15:33.000 --> 00:15:35.000 ເຕັກໂນໂລຢີເຫຼົ່ານີ້, 00:15:35.000 --> 00:15:38.000 ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ, 00:15:38.000 --> 00:15:41.000 ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ. 00:15:41.000 --> 00:15:43.000 ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ 00:15:43.000 --> 00:15:45.000 ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ, 00:15:45.000 --> 00:15:47.000 ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ. 00:15:47.000 --> 00:15:49.000 ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ 00:15:49.000 --> 00:15:51.000 ມາເປັນໂຄງຮ່າງກະສິກຳ, 00:15:51.000 --> 00:15:54.000 ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ. 00:15:54.000 --> 00:15:56.000 ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ. 00:15:56.000 --> 00:15:58.000 ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ 00:15:58.000 --> 00:16:00.000 ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ. NOTE Paragraph 00:16:00.000 --> 00:16:02.000 ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ 00:16:02.000 --> 00:16:05.000 ໃນໄລຍະສາມສີ່ວັນຜ່ານມາ. 00:16:05.000 --> 00:16:07.000 ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ - 00:16:07.000 --> 00:16:10.000 ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້, 00:16:10.000 --> 00:16:12.000 ທີ່ໄດ້ມາຈາກບົດກອນເກົ່າ. 00:16:12.000 --> 00:16:14.000 ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ 00:16:14.000 --> 00:16:17.000 ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ. 00:16:17.000 --> 00:16:19.000 ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ, 00:16:19.000 --> 00:16:21.000 ຊື່ Maud Gonne, 00:16:21.000 --> 00:16:24.000 ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ 00:16:24.000 --> 00:16:27.000 ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້. 00:16:27.000 --> 00:16:30.000 ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.” NOTE Paragraph 00:16:30.000 --> 00:16:32.000 ລາວເວົ້າສິ່ງນີ້: 00:16:32.000 --> 00:16:35.000 “ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ, 00:16:35.000 --> 00:16:37.000 ຕຳ່ດ້ວຍໄໝຄຳ, 00:16:37.000 --> 00:16:39.000 ແລະ ແສງເງິນ, 00:16:39.000 --> 00:16:41.000 ສີຟ້າ ແລະ ສີມົວ 00:16:41.000 --> 00:16:43.000 ແລະ ສີມືດຂອງຜືນຜ້າ 00:16:43.000 --> 00:16:46.000 ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ, 00:16:46.000 --> 00:16:49.000 ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ; 00:16:49.000 --> 00:16:52.000 ແຕ່ຂ້ອຍຄົນທຸກ, 00:16:52.000 --> 00:16:55.000 ມີແຕ່ຄວາມຝັນ; 00:16:55.000 --> 00:16:58.000 ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ; 00:16:58.000 --> 00:17:00.000 ຈົ່ງຍ່າງດ້ວຍຄວາມລະວັງ 00:17:00.000 --> 00:17:03.000 ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.” 00:17:03.000 --> 00:17:06.000 ແລະ ທຸກໆມື້, ທຸກໆບ່ອນ, 00:17:06.000 --> 00:17:09.000 ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ. 00:17:09.000 --> 00:17:12.000 ພວກເຮົາຄວນຍ່າງດ້ວຍຄວາມລະວັງ. NOTE Paragraph 00:17:12.000 --> 00:17:14.000 ຂໍຂອບໃຈ. NOTE Paragraph 00:17:14.000 --> 00:17:31.000 (ຕົບມື) NOTE Paragraph 00:17:31.000 --> 00:17:33.000 ຂໍຂອບໃຈຫຼາຍໆ.