ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED ຊຸດບັນທຶກການສະເໜີໃນຮູບແບບ DVD ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ (ຫົວ) ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້” ແລະ ສີ່ປີຕໍ່ມາ ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ... ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້ ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ ບັນທຶກພາບຂອງຂ້າພະເຈົ້າ (ຫົວ) (ຕົບມື) ... ທ່ານບໍ່ຮູ້ສຶກບໍ (ຫົວ) ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ (ຫົວ) ທ່ານ ອາລ ກໍລ ໄດ້ກ່າວ ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້ ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ (ຫົວ) ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ (ຫົວ) ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ ເຊິ່ງກໍ່ຮ້າຍແຮງຄືກັນ ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ - ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ ຂ້ອຍບໍ່ຕ້ອງການອັນທີສອງອີກ” ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ ວ່າພວກເຮົານຳໃຊ້ ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້ ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້ ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້ ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ ພວກທີ່ແບ່ງໂລກອອກເປັນສອງສ່ວນ ແລະ ພວກທີ່ບໍ່ແບ່ງ” (ຫົວ) ອັນ ຂ້າພະເຈົ້າແບ່ງ (ຫົວ) ຂ້າພະເຈົ້າພົບປະກັບຄົນທຸກປະເພດ ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ ພວກເຂົາພຽງແຕ່ໃຊ້ຊີວິດ ໄປກັບມັນ ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ ແລະ ລໍຖ້າວັນພັກທ້າຍອາທິດ ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ ທີ່ຮັກສິ່ງທີ່ພວກເຂົາເຮັດ ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້ ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ “ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່ ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ” ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້ ແລະ ຂ້າພະເຈົ້າຄິດວ່າມີຫຼາຍ ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່ ແລະ ສູງສຸດໃນນັ້ນ ແມ່ນການສຶກສາ ຍ້ອນວ່າການສຶກສາ ໃນທາງໜຶ່ງ ແຍກຫຼາຍໆຄົນອອກ ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ ມັນມັກຖືກຝັງຢູ່ເລິກໆ ເຈົ້າຕ້ງອໄປຊອກຫາມັນ ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ ແລະ ທ່ານອາດຄິດວ່າ ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ ແຕ່ສ່ວນຫຼາຍ ບໍ່ແມ່ນ ລະບົບການສຶກສາທຸກອັນໃນໂລກ ໃນຂະໜະນີ້ ກຳລັງຖືກປະຕິຮູບ ແລະ ມັນຍັງບໍ່ພໍ ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້ ສິ່ງທີ່ພວກເຮົາຕ້ອງການ - ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ - ບໍ່ແມ່ນການວິວັດທະນາການ ແຕ່ແມ່ນການປະຕິວັດທາງການສຶກສາ ສິ່ງນີ້ຕ້ອງໄດ້ແປງຮູບ ໄປເປັນແນວໃໝ່ (ຕົບມື) ສິ່ງທ້າທາຍແທ້ໆອັນໜຶ່ງ ແມ່ນການປ່ຽນແປງຂັ້ນພື້ນຖານ ໃນການສຶກສາ ການປ່ຽນແປງແມ່ນຍາກ ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ ຫຼື ການແປງຮູບ ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ - ສິ່ງທີ່ຄົນຄິດ “ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ” ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້ (ຫົວ) ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862 ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ (ຫົວ) ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ (ຫົວ) ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862 ເຊິ່ງຄົນອາເມລິກັນໃນທີ່ນີ້ ຄົງຈະຮູ້ດີ ແຕ່ ເພິ່ນໄດ້ເວົ້າອັນນີ້ “ຄວາມເຊື່ອ ຂອງອາດີດທີ່ມິດງຽບ ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ ເວລານີ້ ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ” ຂ້າພະເຈົ້າມັກອັນນີ້ຫຼາຍ ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ “ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່ ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່ ແລະ ປະຕິບັດແນວໃໝ່ ພວກເຮົາຕ້ອງປົດປ່ອຍຕົນເອງ ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ” ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່ ທີ່ເຮົາພຽງແຕ່ຖືເປັນຕາຍຕົວ ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ ແລະ ແນວຄວາມຄິດຫຼາຍອັນຂອງເຮົາ ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້ ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້ ບາດນີ້ ການເວົ້າມັນງ່າຍກວ່າການກະທຳ ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ ເຫັນລະ ມີຈຳນວນຫຼາຍຄືກັນເນາະ ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ ຄົນໄວໜຸ່ມບໍ່ໃສ່ໂມງແຂນ ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່ ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່ ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ ເຮົາຕ້ອງໃສ່ອຸປະກອນບອກເວລາ ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ ລາວບໍ່ເຫັນຄວາມໝາຍໃນການໃສ່ ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“ (ຫົວ) “ເບິ່ງດຸ ມັນກະຈອກຂະໜາດໃດ” ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ” (ຫົວ) “ມັນເຮັດໄດ້ຫຼາຍຢ່າງ” ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່ ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້ ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ, ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ, ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ. ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ. ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ ໂດຍເລື່ອງລາວແນວເສັ້ນຊື່ນີ້. ບາງເທື່ອຈຸດສຸດຍອດຂອງການສຶກສາ ແມ່ນການເຂົ້າມະຫາວິທະຍາໄລ. ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ, ມະຫາວິທະຍາໄລບາງປະເພດ. ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ, ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້. ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ. ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້ ເພື່ອເຊັນປື້ມ. ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ. ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?” ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.” ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?” ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.” ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?” ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ, ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.” “ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.” “ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ, ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ. ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ. ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ, ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ, ວ່າຂ້ອຍມີສັກກະຍາພາບ, ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.” “ມັນເປັນຕາອົດສູ ເພາະວ່າ ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ. ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ, ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.” “ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້, ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,” “ເພາະວ່າຫົກເດືອນກ່ອນ, ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.” (ຫົວ) ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້, ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ, ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.” “ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.” (ຫົວ) (ຕົບມື) ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ, ສັງຄົມຄົນແມ່ນຂຶ້ນກັບ ຄວາມຫຼາກຫຼາຍທາງດ້ານທັກສະ, ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ. ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ - (ຕົບມື) ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່ ແລະ ກ່ຽວກັບຄວາມສະຫຼາດ. ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ. ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ ປະມານເກົ້າປີກ່ອນ, ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ, ທີ່ມີເຈດຕະນາທີ່ດີ, ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.” ບໍ່ໜາ. (ຫົວ) ມັນບໍ່ແມ່ນ. ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ. (ຫົວ) ອານຸບານ ເລີ່ມທີ່ ອານຸບານ. (ຫົວ) ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ, “ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.” (ຫົວ) (ຕົບມື) ເຂົາເປັນເດັກສາມຂວບ. ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້, ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້, ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ, ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ. ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ, ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້ (ຫົວ) ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?” (ຫົວ) (ຕົບມື) “ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?” (ຫົວ) “ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ. ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.” (ຫົວ) ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ. ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ. ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ ຕາມໂຄງຮ່າງອາຫານສຳເລັດຮູບ. ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ. ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ. ອັນໜຶ່ງແມ່ນ ອາຫານສຳເລັດຮູບ ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ. ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin, ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ, ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ. ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ. ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ. (ຕົບມື) ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້. ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ. ຄົນເຮົາມີໄຫວພິບທີ່ຕ່າງກັນ. ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ. ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ. (ຫົວ) ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ. ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ. ມັນກໍ່ຍັງບໍ່ເປັນເພງ. ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້. ມັນຍັງກ່ຽວກັບອາລົມຄວາມມັກ. ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ. ມັນກ່ຽວກັບອາລົມຄວາມມັກ, ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ. ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ, ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ. ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ, ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ, ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ. ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ, ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ. ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ, ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ. ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ, ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ. ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ. ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ, ແບບການຜະລິດ, ເຊິ່ງຢືນຢູ່ບົນເສັ້ນຊື່ ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່. ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ. ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ ບໍ່ແມ່ນຂະບວນການເຄື່ອງຈັກ, ມັນແມ່ນການປ່ຽນແປງທາງຊີວະ. ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ; ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ, ແມ່ນສ້າງເງື່ອນໄຂທີ່ ພວກເຂົາຈະເລີ່ມຈະເລີນເຕີມໂຕ. ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ, ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ. ມີລະບົບທີ່ດີເດັ່ນ ຄືກັບ KIPP. ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ. ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ, ແລະ ປັບແຕ່ງການສຶກສາ ໃຫ້ເຂົ້າກັບຄົນທີ່ທ່ານສອນ. ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ ແມ່ນຄຳຕອບສຳລັບອະນາຄົດ ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ; ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ, ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້. ດຽວນີ້, ໃນຫ້ອງນີ້, ມີຄົນທີ່ເປັນຕົວແທນ ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ, ດ້ານສື່, ດ້ານອິນເຕີເນັດ, ເຕັກໂນໂລຢີເຫຼົ່ານີ້, ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ, ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ. ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ, ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ. ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ ມາເປັນໂຄງຮ່າງກະສິກຳ, ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ. ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ. ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ. ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ ໃນໄລຍະສາມສີ່ວັນຜ່ານມາ. ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ - ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້, ທີ່ໄດ້ມາຈາກບົດກອນເກົ່າ. ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ. ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ, ຊື່ Maud Gonne, ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້. ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.” ລາວເວົ້າສິ່ງນີ້: “ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ, ຕຳ່ດ້ວຍໄໝຄຳ, ແລະ ແສງເງິນ, ສີຟ້າ ແລະ ສີມົວ ແລະ ສີມືດຂອງຜືນຜ້າ ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ, ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ; ແຕ່ຂ້ອຍຄົນທຸກ, ມີແຕ່ຄວາມຝັນ; ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ; ຈົ່ງຍ່າງດ້ວຍຄວາມລະວັງ ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.” ແລະ ທຸກໆມື້, ທຸກໆບ່ອນ, ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ. ພວກເຮົາຄວນຍ່າງດ້ວຍຄວາມລະວັງ. ຂໍຂອບໃຈ. (ຕົບມື) ຂໍຂອບໃຈຫຼາຍໆ.