1 00:00:01,000 --> 00:00:03,000 ຂ້າພະເຈົ້າເຄີຍມາທີ່ນີ້ແລ້ວຕອນສີ່ປີກ່ອນ 2 00:00:03,000 --> 00:00:05,000 ແລະ ຂ້າພະເຈົ້າກໍ່ຈື່ໄດ້ ໃນສະໄໝນັ້ນ 3 00:00:05,000 --> 00:00:08,000 ທີ່ບົດສະເໜີຍັງບໍ່ທັນໄດ້ຖືກເອົາຂຶ້ນອິນເຕີເນັດເທື່ອ 4 00:00:08,000 --> 00:00:12,000 ຂ້າພະເຈົ້າຄິດວ່າເພິ່ນໄດ້ເອົາໃສ່ໃນກັບໃຫ້ຜູ້ເຂົ້າຮ່ວມ TED 5 00:00:12,000 --> 00:00:14,000 ຊຸດບັນທຶກການສະເໜີໃນຮູບແບບ DVD 6 00:00:14,000 --> 00:00:17,000 ທີ່ຄົນເອົາເມືອບ້ານແລ້ວໄວ້ເທິງຫິ້ງ ແລະກໍ່ຍັງຢູ່ບ່ອນຫັ້ນບໍ່ມີໃຜຈັບມາເບິ່ງອີກ 7 00:00:17,000 --> 00:00:19,000 (ຫົວ) 8 00:00:19,000 --> 00:00:21,000 ແລະອັນທີ່ຈິງ ຄຣິສ ໄດ້ໂທຫາຂ້າພະເຈົ້າ 9 00:00:21,000 --> 00:00:23,000 ອາທິດໜຶ່ງຫຼັງຈາກທີ່ຂ້າພະເຈົ້າໄດ້ຂຶ້ນສະເໜີ 10 00:00:23,000 --> 00:00:25,000 ແລະ ລາວເວົ້າວ່າ “ພວກເຮົາຈະເລີ່ມເອົາບັນທຶກພາບບົດສະເໜີຂຶ້ນອິນເຕີເນັດ 11 00:00:25,000 --> 00:00:28,000 ພວກເຮົາເອົາບົດຂອງເຈົ້າຂຶ້ນໄດ້ບໍ” ແລະ ຂ້າພະເຈົ້າເວົ້າວ່າ “ໄດ້ແທ້” 12 00:00:28,000 --> 00:00:30,000 ແລະ ສີ່ປີຕໍ່ມາ 13 00:00:30,000 --> 00:00:32,000 ຄືທີ່ຂ້າພະເຈົ້າໄດ້ເວົ້າຫັ້ນລະ ມີຄົນເບິ່ງສີ່ ... 14 00:00:32,000 --> 00:00:35,000 ອັນ ມີຄົນ ດາວໂຫຼດ ສີ່ລ້ານເທື່ອ 15 00:00:35,000 --> 00:00:38,000 ຄັນຊັ້ນ ຂ້າພະເຈົ້າຄິດວ່າ ເຮົາອາດສາມາດຄູນ 20 ຫຼື ປະມານນັ້ນ 16 00:00:38,000 --> 00:00:40,000 ເພື່ອໃຫ້ໄດ້ຈຳນວນຂອງຄົນທີ່ໄດ້ເບິ່ງບົດສະເໜີຂອງຂ້າພະເຈົ້າແທ້ 17 00:00:40,000 --> 00:00:44,000 ແລະ ຄຣິສ ເວົ້າວ່າ ມີຄວາມຮຽກຮ້ອງຕ້ອງການ 18 00:00:44,000 --> 00:00:46,000 ບັນທຶກພາບຂອງຂ້າພະເຈົ້າ 19 00:00:46,000 --> 00:00:49,000 (ຫົວ) 20 00:00:49,000 --> 00:00:52,000 (ຕົບມື) 21 00:00:54,000 --> 00:00:55,000 ... ທ່ານບໍ່ຮູ້ສຶກບໍ 22 00:00:55,000 --> 00:00:58,000 (ຫົວ) 23 00:01:00,000 --> 00:01:03,000 ສະນັ້ນ ງານໃນເທື່ອນີ້ ຈິ່ງໄດ້ຖືກບັນຈົງຈັດຂຶ້ນ 24 00:01:03,000 --> 00:01:07,000 ເພື່ອໃຫ້ຂ້າພະເຈົ້າມາຢືນຢູ່ຕໍ່ໜ້າພວກທ່ານອີກເທື່ອໜຶ່ງ ສະນັ້ນ ກໍ່ແມ່ນໂອກາດນີ້ລະ 25 00:01:07,000 --> 00:01:08,000 (ຫົວ) 26 00:01:10,000 --> 00:01:12,000 ທ່ານ ອາລ ກໍລ ໄດ້ກ່າວ 27 00:01:12,000 --> 00:01:15,000 ທີ່ກອງປະຊຸມ TED ທີ່ຂ້າພະເຈົ້າໄດ້ຂຶ້ນກ່າວສີ່ປີກ່ອນ 28 00:01:15,000 --> 00:01:17,000 ແລະ ເພິ່ນໄດ້ເວົ້າກ່ຽວກັບວິກິດສະພາບພູມອາກາດ 29 00:01:17,000 --> 00:01:19,000 ແລະ ຂ້າພະເຈົ້າກໍ່ໄດ້ກ່າວພາດພິງເຖິງສິ່ງທີ່ເພິ່ນໄດ້ເວົ້າ 30 00:01:19,000 --> 00:01:21,000 ໃນຕອນທ້າຍຂອງການສະເໜີຂອງຂ້າພະເຈົ້າ 31 00:01:21,000 --> 00:01:23,000 ສະນັ້ນ ຂ້າພະເຈົ້າກໍ່ຢາກສືບຕໍ່ຈາກຈຸດນັ້ນ 32 00:01:23,000 --> 00:01:26,000 ເພາະຂ້າພະເຈົ້າມີເວລາແຕ່ 18 ນາທີ ເທົ່ານັ້ນ ເວົ້າແທ້ 33 00:01:26,000 --> 00:01:28,000 ສະນັ້ນ ດັ່ງທີ່ຂ້າພະເຈົ້າວ່າ 34 00:01:28,000 --> 00:01:33,000 (ຫົວ) 35 00:01:36,000 --> 00:01:38,000 ຄືທີ່ທ່ານຮູ້, ເພິ່ນເວົ້າຖືກ 36 00:01:38,000 --> 00:01:41,000 ຂ້າພະເຈົ້າໝາຍຄວາມວ່າ ເຮົາມີວິກິດສະພາບພູມອາກາດອັນໃຫຍ່ຫຼວງ ເຊິ່ງເຫັນໄດ້ແຈ້ງ 37 00:01:41,000 --> 00:01:44,000 ແລະ ຂ້າພະເຈົ້າຄິດວ່າຖ້າຄົນບໍ່ເຊື່ອເລື່ອງນີ້ ເຂົາເຈົ້າຄວນອອກມາເບິ່ງຢູ່ນອນເຮືອນຫຼາຍຂຶ້ນ 38 00:01:44,000 --> 00:01:47,000 (ຫົວ) 39 00:01:47,000 --> 00:01:50,000 ແຕ່ ຂ້າພະເຈົ້າເຊື່ອວ່າເຮົາຍັງມີວິກິດພູມອາກາດອັນທີສອງ 40 00:01:51,000 --> 00:01:53,000 ເຊິ່ງກໍ່ຮ້າຍແຮງຄືກັນ 41 00:01:53,000 --> 00:01:56,000 ເຊິ່ງມີຕົ້ນຕໍມາຈາກບ່ອນດຽວກັນ 42 00:01:56,000 --> 00:01:59,000 ແລະ ເປັນອັນທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນຄືກັນ 43 00:01:59,000 --> 00:02:01,000 ແລະ ສິ່ງທີ່ຂ້າພະເຈົ້າໝາຍເຖິງນີ້ - 44 00:02:01,000 --> 00:02:03,000 ແລະ ໃນດ້ານໜຶ່ງ ທ່ານອາດຈະເວົ້າວ່າ “ເບິ່ງດຸ ຂ້ອຍພໍແລ້ວ 45 00:02:03,000 --> 00:02:05,000 ຂ້ອຍມີວິກິດພູມອາກາດອັນໜຶ່ງແລ້ວ 46 00:02:05,000 --> 00:02:08,000 ຂ້ອຍບໍ່ຕ້ອງການອັນທີສອງອີກ” 47 00:02:08,000 --> 00:02:10,000 ແຕ່ ອັນນີ້ແມ່ນວິກິດ ທີ່ບໍ່ແມ່ນຂອງຊັບພະຍາກອນທຳມະຊາດ 48 00:02:10,000 --> 00:02:13,000 ເຖິງຂ້າພະເຈົ້າຈະເຊື່ອວ່ານັ້ນແມ່ນຄວາມຈິງ 49 00:02:13,000 --> 00:02:15,000 ແຕ່ແມ່ນວິກິດຂອງຊັບພະຍາກອນບຸກຄົນ 50 00:02:15,000 --> 00:02:17,000 ຂ້າພະເຈົ້າເຊື່ອ ຢ່າງເລິກເຊິ່ງ 51 00:02:17,000 --> 00:02:19,000 ດັ່ງທີ່ຜູ້ສະເໜີຫຼາຍທ່ານໄດ້ຂຶ້ນມາກ່າວໃນຫຼາຍວັນທີ່ຜ່ານມາ 52 00:02:19,000 --> 00:02:22,000 ວ່າພວກເຮົານຳໃຊ້ 53 00:02:22,000 --> 00:02:25,000 ພູມປັນຍາຂອງພວກເຮົາ ແບບບໍ່ສົມບູນ 54 00:02:25,000 --> 00:02:27,000 ຫຼາຍຄົນໃຊ້ຊີວິດທັງໝົດຂອງພວກເຂົາໄປ 55 00:02:27,000 --> 00:02:30,000 ໂດຍທີ່ບໍ່ມີການສຳຜັດເຖິງພູມປັນຍາອັນແທ້ຈິງຂອງເຂົາເອງວ່າແມ່ນຫຍັງແທ້ 56 00:02:30,000 --> 00:02:32,000 ຫຼືວ່າມີອັນໃດທີ່ສາມາດເວົ້າເຖິງໄດ້ 57 00:02:32,000 --> 00:02:34,000 ຂ້າພະເຈົ້າພົບປະກັບຄົນທຸກປະເພດ 58 00:02:34,000 --> 00:02:37,000 ທີ່ບໍ່ຄິດວ່າເຂົາເຮັດຫຍັງໄດ້ດີເລີຍ 59 00:02:38,000 --> 00:02:41,000 ອັນທີ່ຈິງ ໄລຍະນີ້ ຂ້າພະເຈົ້າຂ້ອນຂ້າງແບ່ງໂລກນີ້ອອກເປັນສອງປະເພດ 60 00:02:41,000 --> 00:02:44,000 ເຈເຣມີ ເບັນແທັມ ນັກປັດຊະຍາປະໂຫຍດ 61 00:02:44,000 --> 00:02:46,000 ຄັ້ງໜຶ່ງໄດ້ປ້ອງກັນການຖົກຖຽງເລື່ອງນີ້ 62 00:02:46,000 --> 00:02:48,000 ເພິ່ນໄດ້ເວົ້າວ່າ “ໃນໂລກນີ້ມີຄົນຢູ່ສອງປະເພດ 63 00:02:48,000 --> 00:02:50,000 ພວກທີ່ແບ່ງໂລກອອກເປັນສອງສ່ວນ 64 00:02:50,000 --> 00:02:52,000 ແລະ ພວກທີ່ບໍ່ແບ່ງ” 65 00:02:52,000 --> 00:02:55,000 (ຫົວ) 66 00:02:57,000 --> 00:02:59,000 ອັນ ຂ້າພະເຈົ້າແບ່ງ 67 00:02:59,000 --> 00:03:01,000 (ຫົວ) 68 00:03:04,000 --> 00:03:06,000 ຂ້າພະເຈົ້າພົບປະກັບຄົນທຸກປະເພດ 69 00:03:06,000 --> 00:03:09,000 ທີ່ບໍ່ມັກໃນສິ່ງທີ່ພວກເຂົາເຮັດ 70 00:03:09,000 --> 00:03:11,000 ພວກເຂົາພຽງແຕ່ໃຊ້ຊີວິດ 71 00:03:11,000 --> 00:03:13,000 ໄປກັບມັນ 72 00:03:13,000 --> 00:03:15,000 ພວກເຂົາບໍ່ໄດ້ຄວາມສຸກຈາກສິ່ງທີ່ພວກເຂົາເຮັດ 73 00:03:15,000 --> 00:03:18,000 ພວກເຂົາອົດທົນກັບມັນ ແທນທີ່ຈະມ່ວນກັບມັນ 74 00:03:18,000 --> 00:03:21,000 ແລະ ລໍຖ້າວັນພັກທ້າຍອາທິດ 75 00:03:21,000 --> 00:03:23,000 ແຕ່ ຂ້າພະເຈົ້າກໍ່ໄດ້ພົບກັບຄົນ 76 00:03:23,000 --> 00:03:25,000 ທີ່ຮັກສິ່ງທີ່ພວກເຂົາເຮັດ 77 00:03:25,000 --> 00:03:27,000 ແລະ ບໍ່ຄິດວ່າພວກເຂົາຈະຢາກເຮັດອັນອື່ນໄດ້ 78 00:03:27,000 --> 00:03:30,000 ຖ້າທ່ານບອກພວກເຂົາວ່າ “ບໍ່ຕ້ອງເຮັດອັນນີ້ອີກ” ພວກເຂົາຄືຊິສົງໄສວ່າທ່ານເວົ້າເຖິງຫຍັງ 79 00:03:30,000 --> 00:03:33,000 ເພາະມັນບໍ່ແມ່ນສິ່ງທີ່ເຂົາເຮັດ ມັນແມ່ນສິ່ງທີ່ພວກເຂົາເປັນ ພວກເຂົາຈະເວົ້າວ່າ 80 00:03:33,000 --> 00:03:35,000 “ແຕ່ນີ້ແມ່ນຂ້ອຍ ເຈົ້າຮູ້ບໍ່ 81 00:03:35,000 --> 00:03:37,000 ມັນຄືຊິເປັນເລື່ອງໂງ່ທີ່ຂ້ອຍຈະຖິ້ມມັນໄປ ເພາະວ່າ 82 00:03:37,000 --> 00:03:39,000 ມັນເຂົ້າເຖິງຄວາມເປັນຕົວຂ້ອຍທີ່ແທ້ຈິງ” 83 00:03:39,000 --> 00:03:42,000 ແລະ ຄົນທີ່ເປັນແບບນີ້ກໍ່ບໍ່ມີຫຼາຍ 84 00:03:42,000 --> 00:03:44,000 ອັນທີ່ຈິງ ໃນດ້ານກົງກັນຂ້າມ ຂ້າພະເຈົ້າຄິດວ່າ 85 00:03:44,000 --> 00:03:46,000 ມີພຽງຄົນກຸ່ມນ້ອຍທີ່ເປັນແນວນີ້ 86 00:03:46,000 --> 00:03:48,000 ແລະ ຂ້າພະເຈົ້າຄິດວ່າມີຫຼາຍ 87 00:03:48,000 --> 00:03:50,000 ຄຳອະທິບາຍສຳລັບສິ່ງທີ່ເປັນຢູ່ 88 00:03:50,000 --> 00:03:52,000 ແລະ ສູງສຸດໃນນັ້ນ 89 00:03:52,000 --> 00:03:54,000 ແມ່ນການສຶກສາ 90 00:03:54,000 --> 00:03:56,000 ຍ້ອນວ່າການສຶກສາ ໃນທາງໜຶ່ງ 91 00:03:56,000 --> 00:03:58,000 ແຍກຫຼາຍໆຄົນອອກ 92 00:03:58,000 --> 00:04:00,000 ຈາກພອນສະຫວັນໂດຍທຳມະຊາດຂອງເຂົາ 93 00:04:00,000 --> 00:04:03,000 ແລະ ຊັບພະຍາກອນບຸກຄົນ ກໍ່ຄືກັບ ຊັບພະຍາກອນທຳມະຊາດ 94 00:04:03,000 --> 00:04:05,000 ມັນມັກຖືກຝັງຢູ່ເລິກໆ 95 00:04:05,000 --> 00:04:07,000 ເຈົ້າຕ້ງອໄປຊອກຫາມັນ 96 00:04:07,000 --> 00:04:09,000 ມັນບໍ່ນອນຊະຊາຍຢູ່ເທິງພື້ນຜິວ 97 00:04:09,000 --> 00:04:12,000 ເຈົ້າຕ້ອງສ້າງເຫດການແວດລ້ອມໃຫ້ມັນສະແດງຕົວອອກມາ 98 00:04:12,000 --> 00:04:14,000 ແລະ ທ່ານອາດຄິດວ່າ 99 00:04:14,000 --> 00:04:16,000 ການສຶກສາຈະເປັນຫົນທາງທີ່ຈະສ້າງໃຫ້ມັນເກີດຂຶ້ນ 100 00:04:16,000 --> 00:04:18,000 ແຕ່ສ່ວນຫຼາຍ ບໍ່ແມ່ນ 101 00:04:18,000 --> 00:04:20,000 ລະບົບການສຶກສາທຸກອັນໃນໂລກ 102 00:04:20,000 --> 00:04:22,000 ໃນຂະໜະນີ້ ກຳລັງຖືກປະຕິຮູບ 103 00:04:22,000 --> 00:04:24,000 ແລະ ມັນຍັງບໍ່ພໍ 104 00:04:24,000 --> 00:04:26,000 ການປະຕິຮູບແມ່ນບໍ່ມີປະໂຫຍດຫຍັງໝົດ 105 00:04:26,000 --> 00:04:29,000 ຍ້ອນວ່າມັນພຽງແຕ່ຍົກລະດັບຮູບແບບທີ່ໃຊ້ບໍ່ໄດ້ 106 00:04:29,000 --> 00:04:31,000 ສິ່ງທີ່ພວກເຮົາຕ້ອງການ - 107 00:04:31,000 --> 00:04:33,000 ແລະ ຄຳນີ້ກໍ່ໄດ້ຖືກນຳໃຊ້ຫຼາຍເທື່ອໃນຫຼາຍວັນທີ່ຜ່ານມາ - 108 00:04:33,000 --> 00:04:35,000 ບໍ່ແມ່ນການວິວັດທະນາການ 109 00:04:35,000 --> 00:04:38,000 ແຕ່ແມ່ນການປະຕິວັດທາງການສຶກສາ 110 00:04:38,000 --> 00:04:40,000 ສິ່ງນີ້ຕ້ອງໄດ້ແປງຮູບ 111 00:04:40,000 --> 00:04:42,000 ໄປເປັນແນວໃໝ່ 112 00:04:42,000 --> 00:04:47,000 (ຕົບມື) 113 00:04:48,000 --> 00:04:50,000 ສິ່ງທ້າທາຍແທ້ໆອັນໜຶ່ງ 114 00:04:50,000 --> 00:04:52,000 ແມ່ນການປ່ຽນແປງຂັ້ນພື້ນຖານ 115 00:04:52,000 --> 00:04:54,000 ໃນການສຶກສາ 116 00:04:54,000 --> 00:04:56,000 ການປ່ຽນແປງແມ່ນຍາກ 117 00:04:56,000 --> 00:04:58,000 ຍ້ອນມັນໝາຍຄວາມເຖິງການເຮັດຫຍັງ 118 00:04:58,000 --> 00:05:00,000 ທີ່ຄົນບໍ່ເຫັນວ່າມັນງ່າຍເປັນສ່ວນຫຼາຍ 119 00:05:00,000 --> 00:05:03,000 ມັນໝາຍເຖິງການທ້າທາຍສິ່ງທີ່ພວກເຮົາຖືເປັນຕາຍຕົວ 120 00:05:03,000 --> 00:05:06,000 ສິ່ງທີ່ພວກເຮົາຄິດວ່າມັນແຈ່ມແຈ້ງແລ້ວ 121 00:05:06,000 --> 00:05:08,000 ບັນຫາທີ່ໃຫຍ່ຫຼວງສຳລັບການປະຕິຮູບ 122 00:05:08,000 --> 00:05:10,000 ຫຼື ການແປງຮູບ 123 00:05:10,000 --> 00:05:12,000 ແມ່ນການປົກຄອງແບບຜະເດັດການຂອງສາມັນສຳນຶກ - 124 00:05:12,000 --> 00:05:14,000 ສິ່ງທີ່ຄົນຄິດ 125 00:05:14,000 --> 00:05:16,000 “ສິ່ງນີ້ ມັນບໍ່ສາມາດເຮັດໄປທາງອື່ນໄດ້ ຍ້ອນວ່ານີ້ແມ່ນວິທີທີ່ເພິ່ນໄດ້ເຮັດຜ່ານມາ” 126 00:05:16,000 --> 00:05:19,000 ຂ້າພະເຈົ້າ ໄດ້ຊອກເຫັນຄຳເວົ້າອັນຍິ່ງໃຫຍ່ອັນໜຶ່ງຂອງ ອັບບຣາຮຳ ລິນຄອນ 127 00:05:19,000 --> 00:05:22,000 ຜູ້ທີ່ຂ້າພະເຈົ້າຄິດວ່າພວກທ່ານຄົງຈະດີໃຈທີ່ຈະໄດ້ຍິນຄຳເວົ້າຂອງເພິ່ນໃນເວລານີ້ 128 00:05:22,000 --> 00:05:24,000 (ຫົວ) 129 00:05:24,000 --> 00:05:27,000 ເພິ່ນໄດ້ກ່າວສິ່ງນີ້ໃນເດືອນທັນວາ ປີ 1862 130 00:05:27,000 --> 00:05:30,000 ຕໍ່ກັບກອງປະຊຸມປະຈຳປີຄັ້ງທີສອງຂອງສະພາ Congress 131 00:05:31,000 --> 00:05:34,000 ຂ້າພະເຈົ້າຄວນອະທິບາຍວ່າ ຂ້າພະເຈົ້າບໍ່ມີຄວາມຮູ້ກ່ຽວກັບສິ່ງທີ່ເກີດຂຶ້ນໃນເວລານັ້ນເລີຍ 132 00:05:36,000 --> 00:05:38,000 ພວກເຮົາບໍ່ສອນປະຫວັດສາດຂອງອາເມລິກາ ໃນປະເທດອັງກິດ 133 00:05:38,000 --> 00:05:40,000 (ຫົວ) 134 00:05:40,000 --> 00:05:43,000 ພວກເຮົາຂົ່ມມັນໄວ້ ທ່ານກໍ່ຮູ້ ວ່າມັນແມ່ນນະໂຍບາຍຂອງເຮົາ 135 00:05:43,000 --> 00:05:45,000 (ຫົວ) 136 00:05:46,000 --> 00:05:48,000 ສະນັ້ນ ບໍ່ຕ້ອງສົງໄສເລີຍວ່າ ສິ່ງທີ່ເປັນຕາສົນໃຈຄົງໄດ້ເກີດຂຶ້ນໃນເດືອນທັນວາ ປີ 1862 137 00:05:48,000 --> 00:05:50,000 ເຊິ່ງຄົນອາເມລິກັນໃນທີ່ນີ້ 138 00:05:50,000 --> 00:05:52,000 ຄົງຈະຮູ້ດີ 139 00:05:53,000 --> 00:05:55,000 ແຕ່ ເພິ່ນໄດ້ເວົ້າອັນນີ້ 140 00:05:55,000 --> 00:05:57,000 “ຄວາມເຊື່ອ 141 00:05:57,000 --> 00:05:59,000 ຂອງອາດີດທີ່ມິດງຽບ 142 00:05:59,000 --> 00:06:02,000 ແມ່ນບໍ່ພຽງພໍຕໍ່ກັບປະຈຸບັນອັນດຸເດືອດ 143 00:06:02,000 --> 00:06:04,000 ເວລານີ້ 144 00:06:04,000 --> 00:06:06,000 ແມ່ນກອງສູງດ້ວຍຄວາມຫຍຸ້ງຍາກ 145 00:06:06,000 --> 00:06:09,000 ແລະ ພວກເຮົາຕ້ອງສູງຂຶ້ນໄປກັບເວລາ” 146 00:06:09,000 --> 00:06:11,000 ຂ້າພະເຈົ້າມັກອັນນີ້ຫຼາຍ 147 00:06:11,000 --> 00:06:14,000 ບໍ່ແມ່ນສູງຂຶ້ນໄປທຽບມັນ ສູງຂຶ້ນໄປກັບມັນ 148 00:06:15,000 --> 00:06:17,000 “ເນື່ອງຈາກກໍລະນີຂອງເຮົາແມ່ນອັນໃໝ່ 149 00:06:17,000 --> 00:06:20,000 ສະນັ້ນ ພວກເຮົາກໍ່ຕ້ອງຄິດແນວໃໝ່ 150 00:06:20,000 --> 00:06:23,000 ແລະ ປະຕິບັດແນວໃໝ່ 151 00:06:23,000 --> 00:06:26,000 ພວກເຮົາຕ້ອງປົດປ່ອຍຕົນເອງ 152 00:06:26,000 --> 00:06:29,000 ຫຼັງຈາກນັ້ນ ແລ້ວພວກເຮົາຈິ່ງຈະຮັກສາປະເທດຊາດຂອງເຮົາ 153 00:06:29,000 --> 00:06:31,000 ຂ້າພະເຈົ້າມັກຄຳນີ້ “ປົດປ່ອຍ” 154 00:06:31,000 --> 00:06:33,000 ທ່ານຮູ້ບໍ່ວ່າມັນໝາຍເຖິງຫຍັງ 155 00:06:33,000 --> 00:06:36,000 ທີ່ວ່າມັນມີແນວຄວາມຄິດທີ່ເຮົາທັງໝົດຫຼົງສະເໜ່ຢູ່ 156 00:06:36,000 --> 00:06:38,000 ທີ່ເຮົາພຽງແຕ່ຖືເປັນຕາຍຕົວ 157 00:06:38,000 --> 00:06:40,000 ຄືກັບວ່າມັນເປັນກົດຕາມທຳມະຊາດ, ສິ່ງທີ່ມັນຄວນຈະເປັນ 158 00:06:40,000 --> 00:06:42,000 ແລະ ແນວຄວາມຄິດຫຼາຍອັນຂອງເຮົາ 159 00:06:42,000 --> 00:06:45,000 ກໍ່ໄດ້ຖືກສ້າງຂຶ້ນ ບໍ່ແມ່ນເພື່ອປະເຊີນໜ້າກັບສະຖານະການຂອງສັດຕະວັດນີ້ 160 00:06:45,000 --> 00:06:48,000 ແຕ່ເພື່ອຕໍ່ສູ້ກັບສະພາບການຂອງສັດຕະວັດກ່ອນ 161 00:06:48,000 --> 00:06:50,000 ແຕ່ຫົວຂອງເຮົາຊຳ້ພັດຍັງຖືກສະກົດຢູ່ກັບອັນເກົ່າ 162 00:06:50,000 --> 00:06:53,000 ແລະ ພວກເຮົາຕ້ອງປົດປ່ອຍຕົນເອງຈາກສິ່ງເຫຼົ່ານີ້ 163 00:06:53,000 --> 00:06:56,000 ບາດນີ້ ການເວົ້າມັນງ່າຍກວ່າການກະທຳ 164 00:06:56,000 --> 00:06:59,000 ອັນທີ່ຈິງ ເຮົາຮູ້ໄດ້ຍາກ ວ່າອັນໃດທີ່ເຮົາຖືເປັນຕາຍຕົວ 165 00:06:59,000 --> 00:07:02,000 ແລະ ເຫດຜົນກໍ່ແມ່ນຍ້ອນເຮົາຖືມັນເປັນຕາຍຕົວ 166 00:07:02,000 --> 00:07:05,000 ສະນັ້ນ ຂ້າພະເຈົ້າຈະຂໍຖາມພວກທ່ານກ່ຽວກັບບາງສິ່ງທີ່ພວກທ່ານຖືເປັນຕາຍຕົວ 167 00:07:05,000 --> 00:07:08,000 ມີຈັກທ່ານໃນທີ່ນີ້ທີ່ມີອາຍຸເກີນ 25 ປີ 168 00:07:08,000 --> 00:07:10,000 ບໍ່ແມ່ນອັນນີ້ດອກທີ່ຂ້າພະເຈົ້າຄິດວ່າພວກທ່ານຖືເປັນຕາຍຕົວ 169 00:07:10,000 --> 00:07:12,000 ຂ້າພະເຈົ້າແນ່ໃຈວ່າພວກທ່ານລຶ້ງເຄີຍກັບການມີອາຍຸຊຳ່ນີ້ດີ 170 00:07:12,000 --> 00:07:15,000 ມີໃຜໃນທີ່ນີ້ບໍ່ທີ່ອາຍຸຕຳ່ກວ່າ 25 ປີ 171 00:07:15,000 --> 00:07:18,000 ດີຫຼາຍ ບາດນີ້ ຜູ້ທີ່ມີອາຍຸເກີນ 25 ປີ 172 00:07:18,000 --> 00:07:21,000 ກະລຸນາຍົກມື້ຂຶ້ນ ຖ້າທ່ານໃສ່ໂມງຢູ່ແຂນ 173 00:07:21,000 --> 00:07:24,000 ເຫັນລະ ມີຈຳນວນຫຼາຍຄືກັນເນາະ 174 00:07:24,000 --> 00:07:27,000 ຖ້າຖາມຄຳຖາມນີ້ໃນຫ້ອງທີ່ມີຄົນອາຍຸຕຳ່ກວ່າ 20 ປີ 175 00:07:27,000 --> 00:07:29,000 ຄົນໄວໜຸ່ມບໍ່ໃສ່ໂມງແຂນ 176 00:07:29,000 --> 00:07:31,000 ຂ້າພະເຈົ້າບໍ່ໄດ້ໝາຍຄວາມວ່າເຂົາບໍ່ສາມາດໃສ່ໄດ້ ຫຼື ບໍ່ໄດ້ຮັບອະນຸຍາດໃຫ້ໃສ່ 177 00:07:31,000 --> 00:07:33,000 ສ່ວນຫຼາຍພວກເຂົາພຽງແຕ່ເລືອກທີ່ຈະບໍ່ໃສ່ 178 00:07:33,000 --> 00:07:35,000 ແລະ ເຫດຜົນແມ່ນ, ທ່ານເຫັນບໍ່, ວ່າພວກເຮົາຖືກລ້ຽງມາ 179 00:07:35,000 --> 00:07:38,000 ໃນຍຸກກ່ອນວັດທະນະທຳ ດິຈິຕອລ ພວກເຮົາທີ່ມີອາຍຸ 25 ປີ ຂຶ້ນໄປ 180 00:07:38,000 --> 00:07:40,000 ແລະສະນັ້ນ ສຳລັບພວກເຮົາ ຖ້າເຮົາຢາກຮູ້ເວລາ 181 00:07:40,000 --> 00:07:42,000 ເຮົາຕ້ອງໃສ່ອຸປະກອນບອກເວລາ 182 00:07:42,000 --> 00:07:45,000 ເດັນນ້ອຍດຽວນີ້ອາໄສຢູ່ໃນໂລກ ດິຈິຕອລ 183 00:07:45,000 --> 00:07:47,000 ແລະ ເວລາ ສຳລັບພວກເຂົາ ແມ່ນມີຢູ່ທຸກບ່ອນ 184 00:07:47,000 --> 00:07:49,000 ພວກເຂົາບໍ່ເຫັນເຫດຜົນໃນການໃສ່ໂມງຄືພວກເຮົາ 185 00:07:49,000 --> 00:07:51,000 ແລະ ໃນທາງດຽວກັນ ພວກເຮົາກໍ່ບໍ່ຈຳເປັນຕ້ອງໃສ່ເຊັ່ນດຽວກັນ 186 00:07:51,000 --> 00:07:54,000 ພຽງແຕ່ວ່າເຮົາຫາກເຄີຍໃສ່ແນວນີ້ ແລະ ເຮົາກໍ່ສືບຕໍ່ໃສ່ໄປ 187 00:07:54,000 --> 00:07:57,000 ລູກສາວຂອງຂ້າພະເຈົ້າບໍ່ເຄີຍໃສ່ໂມງເລີຍ ເຄດ ເຊິ່ງອາຍຸໄດ້ 20 ປີ 188 00:07:57,000 --> 00:07:59,000 ລາວບໍ່ເຫັນຄວາມໝາຍໃນການໃສ່ 189 00:07:59,000 --> 00:08:02,000 ຄືທີ່ລາວເວົ້າວ່າ “ມັນເປັນເຄື່ອງມືທີ່ເຮັດໄດ້ແຕ່ຢ່າງດຽວ“ 190 00:08:02,000 --> 00:08:07,000 (ຫົວ) 191 00:08:07,000 --> 00:08:10,000 “ເບິ່ງດຸ ມັນກະຈອກຂະໜາດໃດ” 192 00:08:10,000 --> 00:08:12,000 ແລະ ຂ້າພະເຈົ້າເວົ້າວ່າ “ບໍ່ແມ່ນໄດ໋ ມັນບອກວັນທີນຳອີກ” 193 00:08:12,000 --> 00:08:16,000 (ຫົວ) 194 00:08:17,000 --> 00:08:20,000 “ມັນເຮັດໄດ້ຫຼາຍຢ່າງ” 195 00:08:20,000 --> 00:08:23,000 ແຕ່ທ່ານເຫັນບໍ ມັນມີສິ່ງທີ່ເຮົາຫຼົງໄຫຼຢູ່ໃນການສຶກສາ 196 00:08:23,000 --> 00:08:25,000 ໃຫ້ຂ້າພະເຈົ້າຍົກຕົວຢ່າງຈັກສອງອັນ 197 00:08:25,000 --> 00:08:28,000 ອັນໜຶ່ງແມ່ນແນວຄວາມຄິດແບບເສັ້ນຊື່ 198 00:08:28,000 --> 00:08:31,000 ທີ່ວ່າມັນເລີ່ມຕົ້ນຢູ່ນີ້ ແລະ ເຈົ້າກໍ່ໄປຕາມເສັ້ນທາງ 199 00:08:31,000 --> 00:08:33,000 ແລະ ຖ້າເຈົ້າເຮັດທຸກຢ່າງຖືກຕ້ອງ ເຈົ້າກໍ່ຈະໄດ້ 200 00:08:33,000 --> 00:08:35,000 ມີທຸກຢ່າງພ້ອມສຳລັບຊີວິດຂອງເຈົ້າ 201 00:08:37,000 --> 00:08:39,000 ທຸກຄົນທີ່ໄດ້ຂຶ້ນມາເວົ້າຢູ່ TED ໄດ້ບອກເຮົາທາງອ້ອມ, 202 00:08:39,000 --> 00:08:42,000 ຫຼື ບາງເທື່ອກໍ່ທາງກົງ, ອີກເລື່ອງໜຶ່ງ, 203 00:08:42,000 --> 00:08:45,000 ວ່າຊີວິດນັ້ນບໍ່ໄດ້ເປັນເສັ້ນຊື່, ມັນເປັນສິ່ງທີ່ປ່ຽນແປງ. 204 00:08:45,000 --> 00:08:47,000 ເຮົາສ້າງຊິວິດຂອງເຮົາໃນທາງພົວພັນແລກປ່ຽນ 205 00:08:47,000 --> 00:08:49,000 ໃນຂະນະທີ່ເຮົາຊອກຄົ້ນຫາຄວາມສາມາດພິເສດ 206 00:08:49,000 --> 00:08:52,000 ທີ່ສາມາດຊ່ວຍສ້າງໂອກາດໃຫ້ເຮົາ. 207 00:08:52,000 --> 00:08:54,000 ແຕ່ທ່ານຮູ້ບໍ່ ພວກເຮົາໄດ້ກາຍມາຖືກຄອບງຳ 208 00:08:54,000 --> 00:08:56,000 ໂດຍເລື່ອງລາວແນວເສັ້ນຊື່ນີ້. 209 00:08:56,000 --> 00:08:58,000 ບາງເທື່ອຈຸດສຸດຍອດຂອງການສຶກສາ 210 00:08:58,000 --> 00:09:00,000 ແມ່ນການເຂົ້າມະຫາວິທະຍາໄລ. 211 00:09:00,000 --> 00:09:03,000 ຂ້າພະເຈົ້າຄິດວ່າພວກເຮົາຫຼົງໄຫຼໄປກັບການເອົາຄົນເຂົ້າມະຫາວິທະຍາໄລ, 212 00:09:03,000 --> 00:09:05,000 ມະຫາວິທະຍາໄລບາງປະເພດ. 213 00:09:05,000 --> 00:09:07,000 ຂ້າພະເຈົ້າບໍ່ໄດ້ໝາຍວ່າເຮົາບໍ່ຄວນເຂົ້າມະຫາ, ແຕ່ບໍ່ແມ່ນໝົດທຸກຄົນຊິຕ້ອງເຂົ້າ, 214 00:09:07,000 --> 00:09:09,000 ບໍ່ແມ່ນທຸກຄົນຊິຕ້ອງເຂົ້າດຽວນີ້. 215 00:09:09,000 --> 00:09:11,000 ບາງເທື່ອເຂົາອາດຈະເຂົ້າມື້ໜ້າ, ບໍ່ແມ່ນທັນທີ. 216 00:09:11,000 --> 00:09:13,000 ຂ້າພະເຈົ້າໄດ້ໄປ ເມືອງຊານຟຣານຊິສໂກ ຫວ່າງມໍ່ໆນີ້ 217 00:09:13,000 --> 00:09:15,000 ເພື່ອເຊັນປື້ມ. 218 00:09:15,000 --> 00:09:17,000 ມີຊາຍຜູ້ໜຶ່ງກຳລັງຊື້ປື້ມ, ຄືຊິແມ່ນອາຍຸປະມານ 30 ປີ. 219 00:09:17,000 --> 00:09:19,000 ຂ້າພະເຈົ້າຖາມວ່າ, “ເຈົ້າເຮັດຫຍັງ?” 220 00:09:19,000 --> 00:09:22,000 ລາວບອກວ່າ, “ຂ້ອຍເປັນຄົນດັບເພີງ.” 221 00:09:22,000 --> 00:09:24,000 ຂ້າພະເຈົ້າຖາມຕໍ່ວ່າ, “ເຈົ້າເປັນຄົນດັບເພີງໄດ້ດົນປານໃດແລ້ວ?” 222 00:09:24,000 --> 00:09:26,000 ລາວບອກວ່າ, “ເປັນມາຕະຫຼອດ, ຂ້ອຍເປັນຄົນດັບເພີງແຕ່ໃດມາ.” 223 00:09:26,000 --> 00:09:28,000 ແລະ ຂ້າພະເຈົ້າຖາມອີກວ່າ, “ຄັນຊັ້ນ, ເຈົ້າໄດ້ຕັດສິນໃຈຕອນໃດ?” 224 00:09:28,000 --> 00:09:31,000 ລາວບອກວ່າ, “ຕັ້ງແຕ່ຕອນເປັນເດັກນ້ອຍ.” “ຄວາມຈິງແລ້ວ, ມັນເຄີຍເປັນບັນຫາສຳລັບຂ້ອຍຢູ່ໂຮງຮຽນ, 225 00:09:31,000 --> 00:09:34,000 ເພາະວ່າຢູ່ໂຮງຮຽນ ໝົດທຸກຄົນຢາກເປັນຄົນດັບເພີງ.” 226 00:09:34,000 --> 00:09:37,000 “ແຕ່ຂ້ອຍກໍ່ຢາກເປັນຄົນດັບເພີງ.” 227 00:09:37,000 --> 00:09:40,000 “ໃນຕອນທີ່ຂ້ອຍຮອດປີສຸດທ້າຍຂອງຊັ້ນມັດທະຍົມ, 228 00:09:40,000 --> 00:09:43,000 ຄູຂອງຂ້ອຍບໍ່ໄດ້ຖືເລື່ອງນີ້ຈິງຈັງ. 229 00:09:43,000 --> 00:09:45,000 ຄູຜູ້ໜຶ່ງບໍ່ໄດ້ຖືກຂ້ອຍຈິງຈັງ. 230 00:09:45,000 --> 00:09:47,000 ລາວເວົ້າວ່າຂ້ອຍກຳລັງຊິຖິ້ມຊີວິດຂອງຂ້ອຍໄປ 231 00:09:47,000 --> 00:09:49,000 ຖ້າວ່າຂ້ອຍເລືອກທີ່ຈະເຮັດແຕ່ເທົ່ານັ້ນ, 232 00:09:49,000 --> 00:09:52,000 ບອກວ່າຂ້ອຍຄວນເຂົ້າມະຫາ, ຂ້ອຍຄວນເປັນມືອາຊີບ, 233 00:09:52,000 --> 00:09:54,000 ວ່າຂ້ອຍມີສັກກະຍາພາບ, 234 00:09:54,000 --> 00:09:56,000 ແລະ ຂ້ອຍກຳລັງຖິ້ມຄວາມສາມາດພິເສດຂອງຂ້ອຍໄປ.” 235 00:09:56,000 --> 00:09:58,000 “ມັນເປັນຕາອົດສູ ເພາະວ່າ 236 00:09:58,000 --> 00:10:00,000 ລາວເວົ້າແນວນີ້ຕໍ່ໜ້າຄົນໝົດຫ້ອງ, ຂ້ອຍຮູ້ສຶກບໍ່ດີເລີຍ. 237 00:10:00,000 --> 00:10:02,000 ແຕ່ມັນເປັນສິ່ງທີ່ຂ້ອຍຕ້ອງການ, ແລະ ທັນທີທີ່ຂ້ອຍຮຽນຈົບ, 238 00:10:02,000 --> 00:10:05,000 ຂ້ອຍສະໝັກເຂົ້າສູນບໍລິການດັບເພີງ ແລະ ເພິ່ນກໍ່ຮັບຂ້ອຍ.” 239 00:10:05,000 --> 00:10:07,000 “ເຈ້ົາຮູ້ບໍ່, ຂ້ອຍຄິດກ່ຽວກັບຄູຜູ້ນັ້ນຢູ່ຫວ່າງມໍ່ໆນີ້, 240 00:10:07,000 --> 00:10:10,000 ຫວ່າງກີ້ນີ້ທີ່ເຈົ້າເວົ້າກ່ຽວກັບຄູ,” 241 00:10:10,000 --> 00:10:12,000 “ເພາະວ່າຫົກເດືອນກ່ອນ, 242 00:10:12,000 --> 00:10:14,000 ຂ້ອຍໄດ້ຮັກສາຊີວິດຂອງລາວໄວ້.” 243 00:10:14,000 --> 00:10:16,000 (ຫົວ) 244 00:10:16,000 --> 00:10:18,000 ລາວວ່າ, “ລາວຄາຢູ່ໃນລົດທີ່ຂວຳ້, 245 00:10:18,000 --> 00:10:21,000 ແລະ ຂ້ອຍດຶງເອົາລາວອອກມາ, ແລະ ປຳ້ຫົວໃຈໃຫ້ລາວ, 246 00:10:21,000 --> 00:10:24,000 ແລະ ຂ້ອຍກໍ່ໄດ້ຮັກສາຊິວິດເມຍລາວຄືກັນ.” 247 00:10:24,000 --> 00:10:26,000 “ຂ້ອຍຄິດວ່າລາວຄືຊິຄິດກັບຂ້ອຍດີກວ່າເກົ່າແລ້ວດຽວນີ້.” 248 00:10:26,000 --> 00:10:28,000 (ຫົວ) 249 00:10:28,000 --> 00:10:33,000 (ຕົບມື) 250 00:10:34,000 --> 00:10:36,000 ທ່ານຮູ້ບໍ່, ສຳລັບຂ້າພະເຈົ້າແລ້ວ, 251 00:10:36,000 --> 00:10:38,000 ສັງຄົມຄົນແມ່ນຂຶ້ນກັບ 252 00:10:38,000 --> 00:10:40,000 ຄວາມຫຼາກຫຼາຍທາງດ້ານທັກສະ, 253 00:10:40,000 --> 00:10:43,000 ບໍ່ແມ່ນແນວຄວາມຄິດແບບດຽວກ່ຽວກັບຄວາມສາມາດ. 254 00:10:43,000 --> 00:10:45,000 ແລະ ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ - 255 00:10:45,000 --> 00:10:47,000 (ຕົບມື) 256 00:10:47,000 --> 00:10:49,000 ໃນໃຈກາງຂອງສິ່ງທີ່ທ້າທາຍເຮົາ 257 00:10:49,000 --> 00:10:51,000 ແມ່ນການສ້າງຄວາມເຂົ້າໃຈຂອງເຮົາກ່ຽວກັບຄວາມສາມາດຄືນໃໝ່ 258 00:10:51,000 --> 00:10:53,000 ແລະ ກ່ຽວກັບຄວາມສະຫຼາດ. 259 00:10:53,000 --> 00:10:55,000 ສິ່ງທີ່ເປັນເສັ້ນຊື່ນີ້ແມ່ນບັນຫາ. 260 00:10:55,000 --> 00:10:57,000 ໃນຕອນທີ່ຂ້າພະເຈົ້າມາຮອດ ລອສແອງເຈລິສ 261 00:10:57,000 --> 00:10:59,000 ປະມານເກົ້າປີກ່ອນ, 262 00:10:59,000 --> 00:11:02,000 ຂ້ອຍໄດ້ພໍ້ກັບບົດຄວາມນະໂຍບາຍອັນໜຶ່ງ, 263 00:11:02,000 --> 00:11:04,000 ທີ່ມີເຈດຕະນາທີ່ດີ, 264 00:11:04,000 --> 00:11:07,000 ເຊິ່ງເວົ້າວ່າ, “ມະຫາວິທະຍາໄລ ເລີ່ມທີ່ ຊັ້ນອານຸບານ.” 265 00:11:09,000 --> 00:11:11,000 ບໍ່ໜາ. 266 00:11:11,000 --> 00:11:14,000 (ຫົວ) 267 00:11:14,000 --> 00:11:16,000 ມັນບໍ່ແມ່ນ. 268 00:11:16,000 --> 00:11:19,000 ຄັນເຮົາມີເວລາ, ຂ້າພະເຈົ້າຊິລົງເລິກໄປກວ່ານີ້, ແຕ່ເຮົາບໍ່ມີ. 269 00:11:19,000 --> 00:11:21,000 (ຫົວ) 270 00:11:21,000 --> 00:11:23,000 ອານຸບານ ເລີ່ມທີ່ ອານຸບານ. 271 00:11:23,000 --> 00:11:25,000 (ຫົວ) 272 00:11:25,000 --> 00:11:27,000 ໝູ່ຂອງຂ້າພະເຈົ້າຜູ້ໜຶ່ງເຄີຍເວົ້າວ່າ, 273 00:11:27,000 --> 00:11:30,000 “ເຈົ້າຮູ້ບໍ່, ເດັກນ້ອຍສາມປີ ບໍ່ແມ່ນເຄິ່ງໜຶ່ງຂອງເດັກຫົກປີ.” 274 00:11:30,000 --> 00:11:32,000 (ຫົວ) 275 00:11:32,000 --> 00:11:37,000 (ຕົບມື) 276 00:11:37,000 --> 00:11:39,000 ເຂົາເປັນເດັກສາມຂວບ. 277 00:11:39,000 --> 00:11:41,000 ແຕ່ຄືທີ່ພວກເຮົາໄດ້ຍິນໃນບົດສະເໜີກ່ອນໜ້ານີ້, 278 00:11:41,000 --> 00:11:44,000 ວ່າມີການແຂ່ງຂັນກັນເຂົ້າອານຸບານດຽວນີ້, 279 00:11:44,000 --> 00:11:46,000 ເພື່ອເຂົ້າໂຮງຮຽນອານຸບານທີ່ມີຊື່ສຽງ, 280 00:11:46,000 --> 00:11:49,000 ຈົນວ່າຕ້ອງໄດ້ສຳພາດກັນ ຕັ້ງແຕ່ຕອນສາມປີ. 281 00:11:51,000 --> 00:11:53,000 ເດັກນ້ອຍນັ່ງຕໍ່ໜ້າຄະນະສຳພາດ, 282 00:11:53,000 --> 00:11:55,000 ທ່ານຄິດອອກບໍ່, ນັ່ງຢູ່ຫັ້ນພ້ອມກັບຮ່າງປະຫວັດຫຍໍ້ 283 00:11:55,000 --> 00:11:58,000 (ຫົວ) 284 00:11:58,000 --> 00:12:00,000 ເປີດໜ້າເຈ້ຍໄປມາ ແລ້ວເວົ້າວ່າ, “ອັນນີ້ແມ່ນຫຍັງ?” 285 00:12:00,000 --> 00:12:02,000 (ຫົວ) 286 00:12:02,000 --> 00:12:05,000 (ຕົບມື) 287 00:12:05,000 --> 00:12:08,000 “ເຈົ້າເກີດມາໄດ້ຕັ້ງ 36 ເດືອນແລ້ວ, ແຕ່ເຮັດໄດ້ທໍ່ນີ້ຫວາ?” 288 00:12:08,000 --> 00:12:15,000 (ຫົວ) 289 00:12:15,000 --> 00:12:18,000 “ເຈົ້າຍັງບໍ່ໄດ້ເຮັດຫຍັງສຳເລັດເລີຍ. 290 00:12:18,000 --> 00:12:21,000 ຫົກເດືອນທຳອິດກິນແຕ່ນົມແມ່, ຕາມທີ່ຂ້ອຍເຫັນ.” 291 00:12:21,000 --> 00:12:24,000 (ຫົວ) 292 00:12:26,000 --> 00:12:29,000 ເຫັນບໍ່, ມັນເປັນແນວຄວາມຄິດທີ່ຮະຮາມຊຳ່ໃດ, ແຕ່ມັນກໍ່ຍັງດຶງດູດຄົນ. 293 00:12:29,000 --> 00:12:31,000 ບັນຫາອັນໜຶ່ງອີກແມ່ນການຄ້ອຍຕາມກັນ. 294 00:12:31,000 --> 00:12:33,000 ພວກເຮົາໄດ້ສ້າງລະບົບການສຶກສາຂອງເຮົາ 295 00:12:33,000 --> 00:12:35,000 ຕາມໂຄງຮ່າງອາຫານສຳເລັດຮູບ. 296 00:12:35,000 --> 00:12:38,000 ອັນນີ້ແມ່ນສິ່ງໜຶ່ງທີ່ Jamie Oliver ໄດ້ຍົກຂຶ້ນມາເວົ້າໃນມື້ກ່ອນ. 297 00:12:38,000 --> 00:12:40,000 ທ່ານຮູ້ບໍ່ວ່າມີໂຄງຮ່າງສອງຢ່າງທີ່ກ່ຽວກັບການຮັກສາຄຸນນະພາບດ້ານການບໍລິໂພກ. 298 00:12:40,000 --> 00:12:42,000 ອັນໜຶ່ງແມ່ນ ອາຫານສຳເລັດຮູບ 299 00:12:42,000 --> 00:12:44,000 ເຊິ່ງທຸກສິ່ງຢ່າງແມ່ນເປັນໄປແບບຕາຍຕົວ. 300 00:12:44,000 --> 00:12:46,000 ອີກອັນໜຶ່ງແມ່ນຄືກັບຮ້ານອາຫານຂອງ Zagat ແລະ Michelin, 301 00:12:46,000 --> 00:12:48,000 ທີ່ທຸກສິ່ງຢ່າງບໍ່ຕ້ອງໄປຕາມມາດຖານຕາຍຕົວ, 302 00:12:48,000 --> 00:12:50,000 ທຸກອັນແມ່ນປັບປ່ຽນໄປຕາມສະພາບຕົວຈິງຂອງທ້ອງຖິ່ນ. 303 00:12:50,000 --> 00:12:53,000 ແລະ ພວກເຮົາກໍ່ໄດ້ຈ່າວໃຫ້ຕົວເອງ ໂຄງຮ່າງການສຶກສາແບບອາຫານສຳເລັດຮູບ. 304 00:12:53,000 --> 00:12:56,000 ແລະ ມັນກໍ່ກຳລັງດູດດຶງເອົາ ຈິດໃຈ ແລະ ພະລັງງານ ຂອງເຮົາ 305 00:12:56,000 --> 00:12:59,000 ຄືກັນກັບອາຫານສຳເລັດຮູບທີ່ເຮັດໃຫ້ຮ່າງກາຍເຮົາເສຍທາດໄປ. 306 00:12:59,000 --> 00:13:04,000 (ຕົບມື) 307 00:13:05,000 --> 00:13:07,000 ຂ້າພະເຈົ້າຄິດວ່າເຮົາຕ້ອງຍອມຮັບສອງຢ່າງໃນທີ່ນີ້. 308 00:13:07,000 --> 00:13:10,000 ໜຶ່ງແມ່ນວ່າຄວາມສາມາດພິເສດຂອງຄົນນັ້ນມີຄວາມຫຼາກຫຼາຍທີ່ສຸດ. 309 00:13:10,000 --> 00:13:12,000 ຄົນເຮົາມີໄຫວພິບທີ່ຕ່າງກັນ. 310 00:13:12,000 --> 00:13:14,000 ຂ້າພະເຈົ້າໄດ້ຄິດອອກຫວ່າງມໍ່ໆນີ້ວ່າ 311 00:13:14,000 --> 00:13:16,000 ຂ້າພະເຈົ້າໄດ້ກີຕ້າອັນໜຶ່ງຕອນຍັງນ້ອຍ 312 00:13:16,000 --> 00:13:19,000 ໃນຊ່ວງດຽວກັນກັບທີ່ Eric Clapton ໄດ້ຮັບກີຕ້າອັນທຳອິດ. 313 00:13:20,000 --> 00:13:23,000 ທ່ານກໍ່ຮູ້, Eric ລາວເຮັດໄດ້ດີ, ຂ້າພະເຈົ້າຢາກເວົ້າທໍ່ຫັ້ນລະ. 314 00:13:23,000 --> 00:13:25,000 (ຫົວ) 315 00:13:25,000 --> 00:13:27,000 ໃນທາງທີ່ ຂ້າພະເຈົ້າເຮັດໄດ້ດີບໍ່ເທົ່າ. 316 00:13:27,000 --> 00:13:30,000 ຂ້າພະເຈົ້າບໍ່ສາມາດເຮັດໃຫ້ມັນເປັນເພງ 317 00:13:30,000 --> 00:13:32,000 ບໍ່ວ່າຈະພະຍາຍາມເປົ່າມັນ ເລື້ອຍ ແລະ ໜັກ ປານໃດ. 318 00:13:32,000 --> 00:13:34,000 ມັນກໍ່ຍັງບໍ່ເປັນເພງ. 319 00:13:37,000 --> 00:13:39,000 ແຕ່ມັນບໍ່ພຽງແຕ່ກ່ຽວກັບສິ່ງນີ້. 320 00:13:39,000 --> 00:13:41,000 ມັນຍັງກ່ຽວກັບອາລົມຄວາມມັກ. 321 00:13:41,000 --> 00:13:43,000 ຫຼາຍຄັ້ງທີ່ຄົນເຮົາເຮັດໃນສິ່ງຕົນບໍ່ສົນໃຈໄດ້ດີ. 322 00:13:43,000 --> 00:13:45,000 ມັນກ່ຽວກັບອາລົມຄວາມມັກ, 323 00:13:45,000 --> 00:13:48,000 ແລະ ສິ່ງທີ່ກະຕຸ້ນ ວິນຍານ ແລະ ພະລັງ ຂອງເຮົາ. 324 00:13:48,000 --> 00:13:51,000 ແລະ ຖ້າທ່ານເຮັດໃນສິ່ງທີ່ທ່ານຮັກທີ່ຈະເຮັດ, ທີ່ທ່ານເຮັດໄດ້ດີ, 325 00:13:51,000 --> 00:13:54,000 ເວລາຈະເດີນໄປໃນລັກສະນະທີ່ຕ່າງໄປໂດຍສິ້ນເຊີງ. 326 00:13:54,000 --> 00:13:57,000 ເມຍຂອງຂ້າພະເຈົ້າຫາກໍ່ສຳເລັດການຂຽນນິຍາຍ, 327 00:13:57,000 --> 00:13:59,000 ແລະ ຂ້າພະເຈົ້າຄິດວ່າມັນເປັນປື້ມທີ່ດີ, 328 00:13:59,000 --> 00:14:02,000 ແຕ່ລາວຫາຍຕົວໄປຫຼາຍຊົ່ວໂມງ. 329 00:14:02,000 --> 00:14:04,000 ທ່ານກໍ່ຮູ້ສິ່ງນີ້, ຖ້າທ່ານກຳລັງເຮັດໃນສິ່ງທີ່ທ່ານຮັກ, 330 00:14:04,000 --> 00:14:07,000 ເວລາຊົ່ວໂມງໜຶ່ງ ຮູ້ສຶກຄື ຫ້ານາທີ. 331 00:14:07,000 --> 00:14:09,000 ຖ້າທ່ານກຳລັງເຮັດໃນສິ່ງທີ່ບໍ່ສະທ້ອນກັບວິນຍານຂອງທ່ານ, 332 00:14:09,000 --> 00:14:11,000 ຫ້ານາທີ ກໍ່ຮູ້ສຶກຄືເປັນຊົ່ວໂມງ. 333 00:14:11,000 --> 00:14:14,000 ແລະ ເຫດຜົນທີ່ຫຼາຍຄົນເລືອກທີ່ຈະອອກໂຮງຮຽນ 334 00:14:14,000 --> 00:14:16,000 ແມ່ນຍ້ອນມັນບໍ່ຈຸນເຈືອວິນຍານເຂົາ, 335 00:14:16,000 --> 00:14:19,000 ມັນບໍ່ຈຸນເຈືອ ພະລັງ ຫຼື ອາລົມມັກ ຂອງເຂົາ. 336 00:14:19,000 --> 00:14:22,000 ສະນັ້ນ ຂ້າພະເຈົ້າຄິດວ່າພວກເຮົາຕ້ອງປ່ຽນຄຳປຽບທຽບ. 337 00:14:22,000 --> 00:14:25,000 ພວກເຮົາຕ້ອງແຍກຈາກ ໂຄງຮ່າງການສຶກສາທີ່ເປັນແບບອຸດສາຫະກຳ, 338 00:14:25,000 --> 00:14:27,000 ແບບການຜະລິດ, 339 00:14:27,000 --> 00:14:29,000 ເຊິ່ງຢືນຢູ່ບົນເສັ້ນຊື່ 340 00:14:29,000 --> 00:14:32,000 ແລະ ການຄ້ອຍຕາມ ແລະ ຜະລິດຄົນເປັນໝວດໝູ່. 341 00:14:32,000 --> 00:14:34,000 ພວກເຮົາຕ້ອງປ່ຽນມາຫາໂຄງຮ່າງ 342 00:14:34,000 --> 00:14:37,000 ທີ່ຢືນຢູ່ບົນຫຼັກການດ້ານກະສິກຳ. 343 00:14:37,000 --> 00:14:40,000 ພວກເຮົາຕ້ອງເຂົ້າໃຈວ່າການເຕີບໃຫຍ່ຂອງຄົນ 344 00:14:40,000 --> 00:14:42,000 ບໍ່ແມ່ນຂະບວນການເຄື່ອງຈັກ, 345 00:14:42,000 --> 00:14:44,000 ມັນແມ່ນການປ່ຽນແປງທາງຊີວະ. 346 00:14:44,000 --> 00:14:47,000 ແລະ ທ່ານບໍ່ສາມາດຄາດເດົາຜົນໄດ້ຮັບຂອງການພັດທະນາຊັບພະຍາກອນມະນຸດ; 347 00:14:47,000 --> 00:14:49,000 ສິ່ງທີ່ທ່ານເຮັດໄດ້, ຄືກັບຊາວກະສິກອນ, 348 00:14:49,000 --> 00:14:51,000 ແມ່ນສ້າງເງື່ອນໄຂທີ່ 349 00:14:51,000 --> 00:14:53,000 ພວກເຂົາຈະເລີ່ມຈະເລີນເຕີມໂຕ. 350 00:14:53,000 --> 00:14:56,000 ສະນັ້ນ ເມື່ອພວກເຮົາເບິ່ງການປະຕິຮູບການສຶກສາ ແລະ ປ່ຽນຮູບມັນ, 351 00:14:56,000 --> 00:14:59,000 ມັນບໍ່ແມ່ນຄືກັບການສ້າງຮູບແບບສຳຮອງ. 352 00:14:59,000 --> 00:15:01,000 ມີລະບົບທີ່ດີເດັ່ນ ຄືກັບ KIPP. 353 00:15:01,000 --> 00:15:03,000 ມີໂຄງຮ່າງທີ່ດີເດັ່ນຫຼາຍອັນ. 354 00:15:03,000 --> 00:15:06,000 ມັນກ່ຽວກັບການປັບແຕ່ງໃຫ້ເຂົ້າກັບສະພາບຂອງທ່ານ, 355 00:15:06,000 --> 00:15:08,000 ແລະ ປັບແຕ່ງການສຶກສາ 356 00:15:08,000 --> 00:15:10,000 ໃຫ້ເຂົ້າກັບຄົນທີ່ທ່ານສອນ. 357 00:15:10,000 --> 00:15:12,000 ແລະ ການເຮັດແນວນັ້ນ, ຂ້າພະເຈົ້າຄິດວ່າ 358 00:15:12,000 --> 00:15:14,000 ແມ່ນຄຳຕອບສຳລັບອະນາຄົດ 359 00:15:14,000 --> 00:15:17,000 ຍ້ອນວ່າມັນບໍ່ແມ່ນກ່ຽວກັບການຂະຫຍາຍທາງອອກ; 360 00:15:17,000 --> 00:15:19,000 ແຕ່ຫາກແມ່ນການສ້າງການເຄື່ອນໄຫວໃນການສຶກສາ 361 00:15:19,000 --> 00:15:22,000 ທີ່ຄົນສາມາດພັດທະນາທາງອອກຂອງເຂົາເອງ, 362 00:15:22,000 --> 00:15:25,000 ພ້ອມກັບການຊ່ວຍເຫຼືອຈາກພາຍນອກ ທີ່ຢືນຢູ່ບົນຫຼັກສູດທີ່ປັບແຕ່ງໄດ້. 363 00:15:25,000 --> 00:15:27,000 ດຽວນີ້, ໃນຫ້ອງນີ້, 364 00:15:27,000 --> 00:15:29,000 ມີຄົນທີ່ເປັນຕົວແທນ 365 00:15:29,000 --> 00:15:31,000 ໃຫ້ກັບຊັບພະຍາກອນອັນມະຫາສານ ດ້ານທຸລະກິດ, 366 00:15:31,000 --> 00:15:33,000 ດ້ານສື່, ດ້ານອິນເຕີເນັດ, 367 00:15:33,000 --> 00:15:35,000 ເຕັກໂນໂລຢີເຫຼົ່ານີ້, 368 00:15:35,000 --> 00:15:38,000 ບວດກັບຄວາມສາມາດພິເສດອັນມະຫາສານຂອງຄູ, 369 00:15:38,000 --> 00:15:41,000 ສາມາດໃຫ້ໂອກາດໃນການປະຕິວັດການສຶກສາ. 370 00:15:41,000 --> 00:15:43,000 ແລະ ຂ້າພະເຈົ້າຮຽກຮ້ອງໃຫ້ທ່ານເຂົ້າມີສ່ວນຮ່ວມ 371 00:15:43,000 --> 00:15:45,000 ເພາະວ່າມັນສຳຄັນ, ບໍ່ແມ່ນແຕ່ສະເພາະຕໍ່ເຮົາເອງ, 372 00:15:45,000 --> 00:15:47,000 ແຕ່ສຳລັບອະນາຄົດລູກຫຼານຂອງເຮົາ. 373 00:15:47,000 --> 00:15:49,000 ແຕ່ເຮົາຕ້ອງປ່ຽນຈາກໂຄງຮ່າງອຸດສາຫະກຳ 374 00:15:49,000 --> 00:15:51,000 ມາເປັນໂຄງຮ່າງກະສິກຳ, 375 00:15:51,000 --> 00:15:54,000 ທີ່ໂຮງຮຽນແຕ່ລະບ່ອນສາມາດຈະເລີນເຕີບໂຕໃນມື້ອື່ນ. 376 00:15:54,000 --> 00:15:56,000 ບ່ອນນັ້ນແມ່ນສະຖານທີ່ທີ່ເດັກໄດ້ມີປະສົບການຊີວິດ. 377 00:15:56,000 --> 00:15:58,000 ຫຼື ຢູ່ເຮືອນ, ຖ້ານັ້ນແມ່ນທາງທີ່ເຂົາເລືອກທີ່ຈະຮຽນ 378 00:15:58,000 --> 00:16:00,000 ພ້ອມກັບ ຄອບຄົວ ແລະ ໝູ່ເພື່ອນ. 379 00:16:00,000 --> 00:16:02,000 ໄດ້ມີການເວົ້າກ່ຽວກັບຄວາມຝັນກັນຫຼາຍ 380 00:16:02,000 --> 00:16:05,000 ໃນໄລຍະສາມສີ່ວັນຜ່ານມາ. 381 00:16:05,000 --> 00:16:07,000 ແລະ ຂ້າພະເຈົ້າຂໍເວົ້າສັ້ນໆ - 382 00:16:07,000 --> 00:16:10,000 ຂ້າພະເຈົ້າປະທັບໃຈກັບເພງຂອງ Natalie Merchant ມື້ຄືນນີ້, 383 00:16:10,000 --> 00:16:12,000 ທີ່ໄດ້ມາຈາກບົດກອນເກົ່າ. 384 00:16:12,000 --> 00:16:14,000 ຂ້າພະເຈົ້າຢາກອ່ານໃຫ້ທ່ານຟັງບຸດໜຶ່ງ, ເປັນກອນທີ່ສັ້ນໆດອກ 385 00:16:14,000 --> 00:16:17,000 ໂດຍ W.B. Yeast, ເຊິ່ງບາງທ່ານອາດຈະຮູ້ລາວ. 386 00:16:17,000 --> 00:16:19,000 ລາວໄດ້ຂຽນກອນນີ້ໃຫ້ກັບຄົນຮັກຂອງລາວ, 387 00:16:19,000 --> 00:16:21,000 ຊື່ Maud Gonne, 388 00:16:21,000 --> 00:16:24,000 ແລະ ລາວກຳລັງຄຳ່ຄວນກ່ຽວກັບວ່າ 389 00:16:24,000 --> 00:16:27,000 ລາວບໍ່ສາມາດໃຫ້ໃນສິ່ງທີ່ລາວຄິດວ່ານາງຕ້ອງການຈາກລາວໄດ້. 390 00:16:27,000 --> 00:16:30,000 ແລະ ລາວເວົ້າວ່າ, “ຂ້ອຍມີຢ່າງອື່ນ, ແຕ່ມັນອາດຈະບໍ່ເໝາະສຳລັບເຈົ້າ.” 391 00:16:30,000 --> 00:16:32,000 ລາວເວົ້າສິ່ງນີ້: 392 00:16:32,000 --> 00:16:35,000 “ຖ້າຂ້ອຍມີເສື້ອຜ້າທີ່ຖໍຢູ່ສະຫວັນ, 393 00:16:35,000 --> 00:16:37,000 ຕຳ່ດ້ວຍໄໝຄຳ, 394 00:16:37,000 --> 00:16:39,000 ແລະ ແສງເງິນ, 395 00:16:39,000 --> 00:16:41,000 ສີຟ້າ ແລະ ສີມົວ 396 00:16:41,000 --> 00:16:43,000 ແລະ ສີມືດຂອງຜືນຜ້າ 397 00:16:43,000 --> 00:16:46,000 ຂອງຍາມກາງຄືນ ແລະ ຂອງແສງ ແລະ ເຄິ່ງແສງ, 398 00:16:46,000 --> 00:16:49,000 ຂ້ອຍຈະປູຜ້ານີ້ຢູ່ປາຍຕີນເຈົ້າ; 399 00:16:49,000 --> 00:16:52,000 ແຕ່ຂ້ອຍຄົນທຸກ, 400 00:16:52,000 --> 00:16:55,000 ມີແຕ່ຄວາມຝັນ; 401 00:16:55,000 --> 00:16:58,000 ຂ້ອຍໄດ້ປູຄວາມຝັນຂອງຂ້ອຍຢູ່ປາຍຕີນເຈົ້າ; 402 00:16:58,000 --> 00:17:00,000 ຈົ່ງຍ່າງດ້ວຍຄວາມລະວັງ 403 00:17:00,000 --> 00:17:03,000 ເພາະເຈົ້າກຳລັງຍ່າງຢູ່ເທິງຄວາມຝັນຂອງຂ້ອຍ.” 404 00:17:03,000 --> 00:17:06,000 ແລະ ທຸກໆມື້, ທຸກໆບ່ອນ, 405 00:17:06,000 --> 00:17:09,000 ລູກຫຼານຂອງເຮົາປູຄວາມຝັນຂອງເຂົາຢູ່ປາຍຕີນເຮົາ. 406 00:17:09,000 --> 00:17:12,000 ພວກເຮົາຄວນຍ່າງດ້ວຍຄວາມລະວັງ. 407 00:17:12,000 --> 00:17:14,000 ຂໍຂອບໃຈ. 408 00:17:14,000 --> 00:17:31,000 (ຕົບມື) 409 00:17:31,000 --> 00:17:33,000 ຂໍຂອບໃຈຫຼາຍໆ.