0:00:12.742,0:00:17.977 ຄູບາເກີດຢູ່ວັດໃນເມືອງກຽວໂຕນີ້ ເມື່ອ 35 ປີກ່ອນ 0:00:19.651,0:00:25.957 ຄູບາເກີດຢູ່ວັດ ແຕ່ໄປເຂົ້າໂຮງຮຽນປະຖົມ ແລະ ມັດທະຍົມກາໂຕລິກ 0:00:25.983,0:00:28.053 (ສຽງຫົວ) 0:00:28.493,0:00:32.984 ເຖິງຈະເກີດຢູ່ໃນວັດແບບພຸດ ແຕ່ກໍຮຽນຄຳສອນຂອງສາສະໜາຄຣິສຕ໌ 0:00:33.035,0:00:36.419 ອາດຈະເປັນເລື່ອງທີ່ແປກປະຫຼາດຫຼາຍ 0:00:36.419,0:00:39.665 ແຕ່ທັງຄອບຄົວ ຍາດພີ່ນ້ອງ ແລະ ໝູ່ເພື່ອນ 0:00:39.665,0:00:42.883 ກໍໄດ້ເບິ່ງແຍງຄູບາຢ່າງອົບອຸ່ນ 0:00:44.483,0:00:47.949 ສະໄໝຮຽນມະຫາວິທະຍາໄລ[br]ຄູບາເຄີຍໄປປະເທດອຽກລັງ (Ireland) 0:00:47.959,0:00:52.811 ດັ່ງທີ່ພໍ່ອອກແລະແມ່ອອກທັງຫຼາຍຮູ້[br]ອຽກລັງເປັນປະເທດທີ່ເຫຼື້ອມໃສໃນກາໂຕລິກ 0:00:52.889,0:00:56.272 ຕອນທີ່ຄູບາພັກຢູ່ບ້ານພັກແຫ່ງໜຶ່ງໃນຊົນນະບົດ 0:00:56.272,0:01:00.535 ຄູບາໄດ້ເລົ່າກ່ຽວກັບຊີວິດການຮຽນຂອງ[br]ຕົນເອງໃຫ້ແມ່ອອກເຈົ້າຂອງບ້ານພັກຟັງ 0:01:00.595,0:01:06.215 ເມື່ອໄດ້ຟັງ ແມ່ອອກກໍໜ້າບູດ ແລະ ເວົ້າວ່າ 0:01:06.682,0:01:09.724 “ຢູ່ບ້ານເຈົ້າຄືມາເຮັດແນວນັ້ນໄດ້?” 0:01:09.834,0:01:14.103 “ມາເຮັດຈັ່ງຊັ້ນຢູ່ອຽກລັງເບິ່ງແມ ຖືກຂ້າຕາຍບໍ່ຮູ້ນຳໃດ” 0:01:14.123,0:01:16.200 ເພິ່ນວ່າແບບນັ້ນ 0:01:16.490,0:01:23.129 ໜ້າເສຍດາຍທີ່ຕອນນັ້ນຄູບາຍັງນ້ອຍຫຼາຍ ເລີຍຖຽງເຈົ້າຂອງບ້ານບໍ່ໄດ້ 0:01:24.243,0:01:29.370 ທັດສະນະທາງດ້ານສາສະໜາຂອງຄົນຍີ່ປຸ່ນ[br]ມີຫຼາຍຢ່າງທີ່ມີລັກສະນະສະເພາະຕົວ 0:01:29.400,0:01:33.030 ເຊັ່ນວ່າ ຄົນຍີ່ປຸ່ນສ່ວນຫຼາຍສະຫຼອງວັນຄຣິສຕ໌ມາສ[br] 0:01:33.040,0:01:35.520 ທີ່ເປັນວັນປະສູດຂອງພຣະເຍຊູຄຣິສຕ໌ 0:01:35.540,0:01:39.727 ເມື່ອຮອດທ້າຍປີກໍໄປຟັງກະຫຼິ່ງ 108 ຄັ້ງຢູ່ວັດພຸດ 0:01:39.757,0:01:42.962 ບາດມື້ປີໃໝ່ກໍໄປໄຫວ້ສານເຈົ້າຊິນໂຕ 0:01:42.992,0:01:44.202 (ສຽງຫົວ) 0:01:44.732,0:01:49.200 ຊາວຕ່າງຊາດຈົນເວົ້າວ່າ “ຈັ່ງແມ່ນເອົາແນ່ເອົານອນບໍ່ໄດ້” 0:01:49.752,0:01:52.229 ແຕ່ຢູ່ປະເທດຍີ່ປຸ່ນ 0:01:52.229,0:01:56.427 ການເປີດກວ້າງຕໍ່ສາສະໜາແບບນີ້ພັດເປັນເລື່ອງປົກກະຕິ 0:01:57.347,0:02:00.680 ຄູບາຄິດວ່າຄວາມແຕກຕ່າງທາງດ້ານສາສະໜານີ້ 0:02:00.680,0:02:03.921 ຄ້າຍຄືກັບຄວາມແຕກຕ່າງຂອງ “ອາຫານ” 0:02:04.305,0:02:08.753 ເຮົາລອງປຽບທຽບອາຫານຍີ່ປຸ່ນກັບອາຫານຕາເວັນຕົກເບິ່ງ 0:02:09.213,0:02:12.141 ຖ້າເຮົາສັ່ງອາຫານຕາເວັນຕົກມາເປັນຊຸດ 0:02:12.141,0:02:16.071 ຈະມີອາຫານຈານຫຼັກ ເປັນສີສັນຂອງອາຫານຊຸດນັ້ນ 0:02:16.272,0:02:20.195 ແຕ່ວ່າໃນອາຫານຍີ່ປຸ່ນບໍ່ມີອາຫານຈານຫຼັກແບບນັ້ນ 0:02:20.215,0:02:23.803 ຖ້າເຮົາສັ່ງໄຄເຊະກິ ອາຫານພື້ນເມືອງຍີ່ປຸ່ນ 0:02:23.823,0:02:27.780 ກໍຈະມີຈານຮຽກນໍ້າຍ່ອຍ ນ້ຳແກງ ໄປຈົນຮອດເຂົ້າຈ້າວ 0:02:27.780,0:02:30.737 ບໍ່ມີອາຫານຈານຫຼັກຫຍັງໝົດ 0:02:31.417,0:02:34.541 ຄູບາຄິດວ່າທັດສະນະທາງດ້ານສາສະໜາຂອງຄົນຍີ່ປຸ່ນ 0:02:34.541,0:02:37.021 ກໍຄືກັບອາຫານດັ່ງທີ່ກ່າວໄປແລ້ວນັ້ນ 0:02:37.541,0:02:42.281 ຄືບໍ່ໄດ້ຖືເອົາສາສະໜາໃດໜຶ່ງເປັນຫຼັກ 0:02:42.281,0:02:45.592 ແຕ່ໃຫ້ຄວາມສຳຄັນກັບຫຼັກສິນທັມ 0:02:45.592,0:02:49.542 ຫຼື ປັດຊະຍາທີ່ມີຮ່ວມກັນຂອງທຸກໆສາສະໜາ 0:02:50.428,0:02:53.056 ດັ່ງນັ້ນ ທັດສະນະທາງສາສະໜາຂອງຄົນຍີ່ປຸ່ນ 0:02:53.056,0:02:55.951 ຈຶ່ງບໍ່ແມ່ນ Believe in something[br](ເຊື່ອໃນສິ່ງໃດໜຶ່ງ) 0:02:55.951,0:03:01.079 ແຕ່ແມ່ນ Respect for something (ເຄົາລົບສິ່ງໃດໜຶ່ງ)[br]ຫຼື Respect for others (ເຄົາລົບຜູ້ອື່ນ) 0:03:02.617,0:03:08.436 ສະນັ້ນ ຢູ່ຍີ່ປຸ່ນຈຶ່ງມີຄົນຫຼາຍຄົນທີ່ນັບຖື[br]ຫຼາຍສາສະໜາ ແຕ່ຕ່າງຄົນຕ່າງກໍເຄົາລົບກັນ 0:03:08.442,0:03:12.845 ທີ່ຈິງແລ້ວ ຢູ່ວັດມຽວຊິນຈິທີ່ຄູບາຢູ່ຕອນນີ້ ເຖິງວ່າຈະເປັນວັດພຸດ 0:03:12.845,0:03:16.585 ແຕ່ກໍມີຫຼາຍໂອກາດທີ່ພວກເຮົາ[br]ສວດມົນໃຫ້ເທບພຣະເຈົ້າຊິນໂຕ 0:03:16.585,0:03:20.985 ແລະວັດພຸດທີ່ມີສານເຈົ້າຊິນໂຕຢູ່ນຳກໍມີຈຳນວນຫຼວງຫຼາຍ 0:03:21.815,0:03:27.171 ຍ້ອນແນວນັ້ນສາສະໜາພຸດຂອງຍີ່ປຸ່ນເລີຍແຕກຕ່າງອອກໄປ 0:03:27.171,0:03:32.450 ມີຂໍ້ຍົກເວັ້ນເຊັ່ນ ພຣະສົງຄ໌ສາມາດແຕ່ງດອງໄດ້ 0:03:32.450,0:03:37.620 ຕອນປະຕິບັດທັມໃຫ້ງົດສັນຊີ້ນ ແລະ ປາ ສັນແຕ່ອາຫານເຈ 0:03:37.630,0:03:43.154 ແຕ່ເມື່ອປະຕິບັດແລ້ວໆ ກໍບໍ່ໄດ້ມີຂໍ້ຫ້າມເຄັ່ງຄັດຫຍັງ 0:03:43.304,0:03:48.289 ແຕ່ວ່າຢູ່ປະເທດຍີ່ປຸ່ນນີ້ ຖ້າໃຜກິນຖິ້ມກິນເຫຼືອ 0:03:48.739,0:03:52.292 ກໍຈະໄດ້ຮັບການເຄົາລົບແບບປອມໆ 0:03:52.952,0:03:57.932 ສົມມຸດວ່າຄົນຈາກປະເທດອິນເດຍ[br]ອັນເປັນແຫຼ່ງກຳເນີດຂອງສາສະໜາພຸດ 0:03:57.942,0:04:00.359 ຫາກມາເຫັນສາສະໜາພຸດຂອງຍີ່ປຸ່ນແລ້ວ 0:04:00.359,0:04:04.401 ກໍອາດຈະເວົ້າວ່າ “ນີ້ບໍ່ແມ່ນສາສະໜາພຸດຕວານິ” 0:04:04.401,0:04:10.078 ສາສະໜາພຸດນິກາຍເຖຣະວາດທີ່ມີຜູ້ນັບຖື[br]ຢ່າງຫຼວງຫຼາຍໃນອິນເດຍ ແລະ ອາຊີອາຄະເນ 0:04:10.178,0:04:12.937 ມຸ່ງໝັ້ນໃນການຖືສິນຢ່າງເຄັ່ງຄັດ 0:04:12.937,0:04:17.302 ຮວມທັງການຮຽນພຸດທະວັດຈະນະ[br]ການຝຶກສະມາທິ ແລະ ອື່ນໆ 0:04:17.948,0:04:19.995 ແຕ່ສາສະໜາພຸດຂອງຍີ່ປຸ່ນ 0:04:19.995,0:04:22.769 ໃຫ້ຄວາມສຳຄັນກັບການໄຫວ້ບັນພະບຸລຸດ[br] 0:04:22.769,0:04:27.688 ແລະ ການຮັກສາກິລິຍາມາລະຍາດໃນຊີວິດປະຈຳວັນເປັນຕົ້ນ 0:04:28.598,0:04:35.877 ໃນເມື່ອເປັນເຊັ່ນນັ້ນ ຖ້າພວກເຮົາເວົ້າວ່າສາສະໜາພຸດ[br]ທີ່ພວກເຮົາໃຊ້ເວລາຫຼາຍກວ່າ 1500 ປີສ້າງຂຶ້ນມານີ້ 0:04:36.017,0:04:38.795 ຫາກ “ບໍ່ແມ່ນສາສະໜາພຸດ”ແລ້ວ 0:04:38.795,0:04:41.655 ພວກເຮົາຈະເອີ້ນວ່າແນວໃດ? 0:04:41.795,0:04:47.713 ຄູບາຄິດວ່າຄົງຈະບໍ່ມີທາງອື່ນ ນອກຈາກເອີ້ນວ່າ [br]“ສາສະໜາພຸດຂອງຍີ່ປຸ່ນ” 0:04:47.751,0:04:55.617 ສາສະໜາພຸດຂອງຍີ່ປຸ່ນໄດ້ຮັບອິດທິພົນຈາກຈີນ[br]ແລະ ສາສະໜາຊິນໂຕທີ່ມີຢູ່ຍີ່ປຸ່ນມາແຕ່ບູຮານ 0:04:55.617,0:05:00.313 ແລ້ວກໍຖືກຂັດເກົາໃຫ້ເປັນຮູບແບບທີ່ເໝາະສົມກັບຍີ່ປຸ່ນ 0:05:00.533,0:05:05.754 ການປະຕິບັດຕ່າງໆເລີຍແຕກຕ່າງຈາກ[br]ສາສະໜາພຸດທີ່ພຣະພຸດທະເຈົ້າລິເລີ່ມ 0:05:06.301,0:05:09.394 ແຕ່ບໍ່ວ່າຈະຢູ່ອິນເດຍ ອາຊີອາຄະເນ ຫຼື ຍີ່ປຸ່ນ 0:05:09.394,0:05:12.802 ສິ່ງທີ່ຢູ່ສ່ວນເລິກຂອງມັນ[br]ກໍລ້ວນແຕ່ມາຈາກປັດຊະຍາ 0:05:12.802,0:05:16.795 ແລະຫຼັກທັມຄຳສອນອັນປະເສີດ[br]ທີ່ພຣະພຸດທະເຈົ້າໄດ້ສັ່ງສອນໄວ້ 0:05:17.165,0:05:22.246 ຄູບາຄິດວ່າຄວາມແຕກຕ່າງຂອງພຸດແບບອິນເດຍ ແລະ ພຸດແບບຍີ່ປຸ່ນ 0:05:22.246,0:05:24.937 ຄ້າຍຄືກັບແກງກະຫຼີ່ 0:05:24.937,0:05:26.528 (ສຽງຫົວ) 0:05:27.238,0:05:32.759 ຢູ່ອິນເດຍ ຄົນອິນເດຍກິນແກງກະຫຼີ່ທີ່ເຜັດຫຼາຍ 0:05:33.131,0:05:36.065 ແກງກະຫຼີ່ກໍກຳເນີດມາຈາກອິນເດຍຄືກັນ 0:05:36.065,0:05:40.280 ຖ້າຄົນອິນເດຍຫາກມາກິນແກງກະຫຼີ່[br]ທີ່ຄົນຍີ່ປຸ່ນເຮົາກິນເປັນປະຈຳ 0:05:40.280,0:05:42.095 ແກງກະຫຼີ່ຫວານ ອ່ອນນຸ່ມ 0:05:42.095,0:05:44.425 ຄົນຍີ່ປຸ່ນເຮົາຫຼາຍຄົນມັກ 0:05:44.425,0:05:48.026 ແຕ່ຖ້າເປັນຄົນອິນເດຍຄືຈະເວົ້າວ່າ 0:05:48.026,0:05:50.036 “ນີ້ບໍ່ແມ່ນແກງກະຫຼີ່ຕວານິ” 0:05:50.036,0:05:56.158 ຖ້າເປັນແນວນັ້ນ ພວກເຮົາຈະເອີ້ນແກງກະຫຼີ່[br]ທີ່ກິນແຕ່ນ້ອຍຈົນໃຫຍ່ນີ້ວ່າແນວໃດ? 0:05:57.118,0:06:01.311 ຈັ່ງໃດກໍຄືຈະບໍ່ມົ້ມ[br]“ແກງກະຫຼີ່ຍີ່ປຸ່ນ” 0:06:02.483,0:06:05.967 ແມ່ນຢູ່ທີ່ວ່າວິທີເຮັດ ແລະ ສ່ວນປະກອບອາດຕ່າງກັນ 0:06:05.967,0:06:10.777 ແຕ່ການຂ້ຽວຊີ້ນ ຫຼື ປາ ແລະ ຜັກໃສ່ນ້ຳແກງກະຫຼີ່ 0:06:10.777,0:06:13.981 ແລ້ວກໍກິນກັບເຂົ້າ ຫຼື ເຂົ້າຈີ່ນີ້ 0:06:13.981,0:06:17.545 ບໍ່ວ່າຈະຢູ່ອິນເດຍ ຫຼື ຍີ່ປຸ່ນກໍລ້ວນແຕ່ຄືກັນ 0:06:18.545,0:06:23.419 ສະໄໝເປັນນັກສຶກສາ ຄູບາຮຽນຢູ່ຄະນະກະເສດສາດ 0:06:23.419,0:06:28.454 ຕອນນັ້ນໄດ້ເຮັດການທົດລອງກ່ຽວກັບແກງກະຫຼີ່ 0:06:28.454,0:06:30.018 ໃນການທົດລອງນັ້ນ 0:06:30.018,0:06:31.943 ພວກເຮົາໄດ້ກຽມຫ້ອງໄວ້ 2 ຫ້ອງ 0:06:31.943,0:06:35.896 ຫ້ອງທີ 1 ໄດ້ປັບໃຫ້ມີອຸນຫະພູມ ແລະ ຄວາມຊຸ່ມສູງ 0:06:35.896,0:06:39.669 ທັງຮ້ອນ ແລະ ອົບເອົ້າ 0:06:39.669,0:06:41.868 ແບບລະດູຮ້ອນຂອງຍີ່ປຸ່ນ 0:06:41.868,0:06:44.831 ອີກຫ້ອງໜຶ່ງໃຫ້ຄືລະດູຮ້ອນຂອງອິນເດຍ 0:06:44.831,0:06:47.243 ຄືຮ້ອນຫຼາຍ ແຕ່ບໍ່ຄ່ອຍມີຄວາມຊຸ່ມ 0:06:47.243,0:06:49.903 ຄືພູມອາກາດແຫ້ງແລ້ງ 0:06:49.903,0:06:53.422 ພວກເຮົາໄດ້ເຕົ້າໂຮມເອົານັກສຶກສາຍີ່ປຸ່ນ 0:06:53.422,0:06:56.422 ຮວມທັງນັກສຶກສາຈາກປະເທດຕ່າງໆ ປະມານ 30 ຄົນ 0:06:56.422,0:07:01.373 ແລ້ວໃຫ້ລອງກິນແກງກະຫຼີ່ອິນເດຍ [br]ແລະ ແກງກະຫຼີ່ຍີ່ປຸ່ນໃນສອງຫ້ອງນັ້ນ 0:07:01.387,0:07:04.374 ແລ້ວໃຫ້ຕັດສິນວ່າອັນໃດແຊບກວ່າກັນ 0:07:04.374,0:07:10.145 ຜົນປາກົດວ່າ 20 ກວ່າຄົນ ຈາກ 30 ຄົນທີ່ຢູ່ໃນຫ້ອງຍີ່ປຸ່ນ 0:07:10.145,0:07:14.169 ຕອບວ່າແກງກະຫຼີ່ຍີ່ປຸ່ນແຊບກວ່າ 0:07:14.265,0:07:16.959 ມື້ໃໝ່ມາ ເຮົາໃຫ້  30 ຄົນນີ້ 0:07:16.959,0:07:21.341 ລອງກິນແກງກະຫຼີ່ຢູ່ໃນຫ້ອງອິນເດຍເບິ່ງ 0:07:21.341,0:07:24.443 ແລ້ວຜູ້ທີ່ຕອບວ່າແກງກະຫຼີ່ອິນເດຍແຊບກວ່າ 0:07:24.443,0:07:28.027 ກໍມີເຖິງ 20 ກວ່າຄົນ ຈາກ 30 ຄົນ 0:07:28.027,0:07:32.928 ສະຫຼຸບໄດ້ວ່າ ກໍລະນີກິນຢູ່ຫ້ອງຍີ່ປຸ່ນ[br]ແກງກະຫຼີ່ຍີ່ປຸ່ນແຊບກວ່າ 0:07:32.928,0:07:37.304 ກິນຢູ່ຫ້ອງອິນເດຍ ແກງກະຫຼີ່ອິນເດຍແຊບກວ່າ 0:07:38.106,0:07:44.984 ອາຫານໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງ[br]ຈາກພູມອາກາດ ແລະ ພູມປະເທດແບບນີ້ແຫຼະ 0:07:44.984,0:07:48.977 ສາສະໜາກໍເຊັ່ນດຽວກັນ ຄືຖືກປັດໄຈດ້ານພູມອາກາດ ພູມປະເທດ 0:07:48.977,0:07:53.199 ປະຫວັດສາດ ວັດທະນະທຳ[br]ຮີດຄອງປະເພນີຕ່າງໆເຫຼົ່ານີ້ 0:07:53.199,0:07:57.715 ຂັດເກົາໃຫ້ເຂົ້າກັບປະເທດນັ້ນໆ 0:07:59.289,0:08:03.261 ຄູບາເຊື່ອຢ່າງຍິ່ງວ່າຖ້າພວກເຮົາຫາກສາມາດເຜີຍແຜ່ 0:08:03.261,0:08:08.544 ທັດສະນະທີ່ເປີດກວ້າງຕໍ່ສາສະໜາຂອງຄົນຍີ່ປຸ່ນນີ້ໃຫ້ກັບຄົນທົ່ວໂລກ 0:08:08.544,0:08:13.742 ເຮົາກໍຈະສາມາດແບ່ງປັນຄວາມຄິດອັນບັນເຈີດໃຫ້ທຸກຄົນໄດ້ 0:08:15.486,0:08:18.245 ຫຼາຍປີກ່ອນໜ້ານີ້ 0:08:18.245,0:08:21.048 ຢູ່ທີ່ເມືອງອະມະກະຊະກິ ແຂວງຮຽວໂກະ 0:08:21.048,0:08:27.220 ລາຍການວິທະຍຸທີ່ບໍ່ເຄີຍມີມາກ່ອນໄດ້ໄຂສັກກະຫຼາດໃໝ່ຂຶ້ນ 0:08:27.272,0:08:31.116 ຊື່ລາຍການແມ່ນຊື່ທີ່ຈະແຈ້ງດີ 0:08:31.116,0:08:35.310 ຊື່ວ່າ “8 ໂມງແລ້ວໃດ! ພຣະເຈົ້າເອີຍ ພຣະພຸດເອີຍ”[br](ສຽງຫົວ) 0:08:35.310,0:08:40.035 ທຳອິດຊື່ວ່າ “8 ໂມງແລ້ວໃດ! ຮວມຕົວພຣະເຈົ້າແລະພຣະພຸດ”[br](ສຽງຫົວ) 0:08:40.035,0:08:42.176 ຊື່ຈະເປັນແນວໃດກໍຕາມເທາະ 0:08:42.176,0:08:47.454 ລາຍການນີ້ເລີ່ມ 8 ໂມງ ທຸກວັນພຸດ ຍາວປະມານ 30 ນາທີ 0:08:47.994,0:08:52.948 ລາຍການນີ້ໃຫ້ຜູ້ຟັງສົ່ງບັນຫາຂອງຕົວເອງເຂົ້າມາ 0:08:52.948,0:09:01.327 ແລ້ວມອບໃຫ້ພຣະຊິນໂຕ ພຣະສົງຄ໌ພຸດ ແລະ ນັກບວດຄຣິສຕ໌[br]ຮ່ວມກັນ 3 ອົງຄ໌ ຫາທາງແກ້ໄຂບັນຫານັ້ນ 0:09:01.380,0:09:04.219 (ສຽງຕົບມື) 0:09:04.219,0:09:06.756 ຂອບໃຈ 0:09:07.696,0:09:10.897 ນີ້ເປັນລາຍການທີ່ເປັນນະວັດຕະກຳແທ້ໆ 0:09:10.897,0:09:17.572 ຖ້າເປັນລາຍການທີ່ໃຫ້ນັກບວດຈາກສາສະໜາໃດໜຶ່ງ[br]ຕອບບັນຫາຂອງຜູ້ຟັງ ກໍຄົງຈະຫາຟັງໄດ້ບໍ່ຍາກ 0:09:17.572,0:09:25.198 ແຕ່ລາຍການທີ່ໃຫ້ພຣະ 3 ອົງຄ໌ຈາກຕ່າງສາສະໜາ[br]ມາຊ່ວຍກັນແກ້ບັນຫາແບບນີ້ ຍັງບໍ່ເຄີຍມີມາກ່ອນ 0:09:25.208,0:09:28.316 ເປັນລາຍການທີ່ເປັນປະດິດຖະກຳໃໝ່ອີ່ຫຼີ 0:09:28.316,0:09:31.089 ຜູ້ຟັງກໍຈະເກີດມີຄວາມສະບາຍໃຈເປັນຢ່າງຍິ່ງ 0:09:31.089,0:09:35.131 ເມື່ອໄດ້ຮູ້ວ່າໃນໂລກນີ້ມີວິທີທາງແກ້ໄຂບັນຫາຢ່າງຫຼາກຫາຍ 0:09:35.131,0:09:40.336 ບໍ່ໄດ້ມີພຽງແຕ່ວິທີຕາຍຕົວວິທີດຽວເທົ່ານັ້ນ 0:09:40.747,0:09:44.031 ເມື່ອເດືອນກຸມພາປີນີ້ 0:09:44.431,0:09:49.054 ຄູບາໄດ້ສະເໜີກິດຈະກຳໃໝ່ ແລະ ຄັກອັນໜຶ່ງ 0:09:49.054,0:09:52.089 ແລະກໍໄດ້ຈັດຂຶ້ນທີ່ເມືອງກຽວໂຕນີ້ 0:09:52.089,0:09:54.542 ນັ້ນແມ່ນ 0:09:54.542,0:09:57.285 “ເອະກິເດັງນັກບວດ” (ສຽງຫົວ) 0:09:57.285,0:10:01.290 ກິລາເອະກິເດັງນີ້ຄົນຍີ່ປຸ່ນສ່ວນຫຼາຍໜ້າຈະຮູ້ຈັກດີ 0:10:01.320,0:10:07.733 ຄວາມຈິງແລ້ວ ການແຂ່ງຂັນປະເພດນີ້ໄດ້ຖືກຳເນີດຂຶ້ນ[br]ທີ່ເມືອງກຽວໂຕແຫ່ງນີ້ ເມື່ອຮ້ອຍປີກ່ອນ 0:10:08.583,0:10:13.523 ພວກເຮົາໄດ້ເຊີນນັກບວດ ນັກສາສະໜາ[br]ຈາກນາໆປະເທດມາທີ່ເມືອງກຽວໂຕ 0:10:13.523,0:10:20.195 ເມືອງແຫ່ງສາສະໜາທີ່ເປັນຕົວແທນຂອງໂລກ[br]ເມືອງທີ່ເປັນແຫຼ່ງກຳເນີດກິລາເອະກິເດັງແຫ່ງນີ້ 0:10:20.195,0:10:24.710 ເພື່ອເປີດການແຂ່ງຂັນເອະກິເດັງໂດຍນັກບວດຂຶ້ນ 0:10:25.055,0:10:27.484 ນີ້ບໍ່ແມ່ນການຕໍ່ສູ້ລະຫວ່າງສາສະໜາ 0:10:27.484,0:10:30.443 ຕົວຢ່າງ ຜູ້ແລ່ນຜູ້ທຳອິດແມ່ນພຣະຊິນໂຕ 0:10:30.443,0:10:32.703 ຜູ້ທີສອງແມ່ນພຣະສົງຄ໌ພຸດ 0:10:32.703,0:10:34.659 ຜູ້ທີ່ສາມແມ່ນນັກບວດຄຣິສຕ໌ 0:10:34.659,0:10:37.957 ຜູ້ທີສີ່ແມ່ນອີມາມຂອງສາສະໜາອິດສະລາມ 0:10:37.957,0:10:41.510 ພວກເຮົາໄດ້ສ້າງຫຼາຍທີມຈາກນັກບວດຕ່າງສາສະໜາ [br] 0:10:41.510,0:10:43.780 ເພື່ອສົ່ງຕໍ່ສາຍພາຍໃຫ້ກັນ 0:10:43.790,0:10:46.531 ແລ້ວກໍໄດ້ເປີດການແຂ່ງຂັນຂຶ້ນ 0:10:46.981,0:10:52.257 ປັດຈຸບັນ ພວກເຮົາຈຳເປັນຕ້ອງເຂົ້າໃຈສາສະໜາຂອງກັນແລະກັນ 0:10:52.257,0:10:56.482 ຈຶ່ງມີການປຶກສາໂອ້ລົມກ່ຽວກັບເລື່ອງນີ້ເປັນປະຈຳ 0:10:56.482,0:11:02.042 ແຕ່ການຫາລືກັນໃນຫ້ອງປະຊຸມ[br]ບໍ່ສາມາດສົ່ງຕໍ່ໃຫ້ຜູ້ອື່ນຮູ້ນຳໄດ້ 0:11:02.062,0:11:06.103 ກິລາເອະກິເດັງນີ້ເບິ່ງບາດດຽວກໍຮູ້ວິທີໂລດ 0:11:06.103,0:11:10.123 ປະຊາຊົນທົ່ວໄປກໍແລ່ນພ້ອມກັນ[br]ຈຶ່ງຮູ້ສຶກວ່າເປັນອັນໜຶ່ງອັນດຽວ 0:11:10.123,0:11:12.951 ສະນັ້ນ ສານຈຶ່ງສົ່ງເຖິງກັນໄດ້ໂດຍກົງ 0:11:12.960,0:11:15.438 ແລະ ຍ້ອນຕ້ອງແລ່ນແຂ່ງກັນ 0:11:15.438,0:11:19.775 ນັກບວດໜຸ່ມຈຶ່ງສາມາດສ້າງຜົນງານໄດ້ໂດຍປະລິຍາຍ 0:11:19.775,0:11:23.794 ການແຂ່ງຂັນນີ້ບໍ່ໄດ້ຈັດຂຶ້ນພຽງແຕ່ຢູ່ກຽວໂຕເທົ່ານັ້ນ 0:11:23.794,0:11:28.083 ຢູ່ປະເທດລຸກຊຳບວກກໍມີການແຂ່ງຂັນພາຍໃຕ້ແນວຄິດດຽວກັນຂຶ້ນ 0:11:28.084,0:11:32.789 ການເຄື່ອນໄຫວສ້າງຄວາມປອງດອງທາງ[br]ສາສະໜານີ້ໄດ້ນຳໃຊ້ເອະກິເດັງເປັນສື່ກາງ 0:11:32.789,0:11:35.815 ແລະກໍກຳລັງແຜ່ຂະຫຍາຍໄປທົ່ວໂລກເທື່ອລະໜ້ອຍ 0:11:35.865,0:11:39.352 ເພາະສະນັ້ນ ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມສັບສົນນີ້ 0:11:39.352,0:11:41.829 ນັກບວດຕ້ອງບໍ່ຖືຕົວ 0:11:41.829,0:11:45.788 ແລະ ອຸທິດຕົນໃນການສ້າງຄວາມປອງດອງທາງສາສະໜາ 0:11:45.798,0:11:49.297 ນີ້ແມ່ນສິ່ງທີ່ສຳຄັນເປັນຢ່າງຍິ່ງ 0:11:50.897,0:11:55.250 ສົມມຸດວ່າຄູບາໄດ້ມີໂອກາດພົບກັບເຈົ້າຂອງບ້ານພັກ 0:11:55.313,0:12:00.718 ທີ່ຄູບາໄປພັກຕອນໄປອຽກລັງ[br]ໃນຄາວທີ່ຍັງເປັນນັກສຶກສາ 0:12:00.718,0:12:02.929 ຖ້າເປັນຄູບາໃນຕອນນີ້ 0:12:02.929,0:12:06.280 ຈະບໍ່ລັງເລ ແລະ ຕອບກັບດ້ວຍຄວາມໝັ້ນໃຈວ່າ 0:12:06.640,0:12:14.640 “ແມ່ນຢູ່ທີ່ບໍ່ວ່າຈະເປັນສາສະໜາໃດ ຄວາມຊື່ສັດຕໍ່ຄຳສອນ[br]ແລະ ການປະຕິບັດຕາມຄຳສອນນັ້ນເປັນສິ່ງທີ່ສຳຄັນຫຼາຍ 0:12:14.640,0:12:18.678 ແຕ່ຢູ່ໃນໂລກນີ້ມີສິ່ງທີ່ສຳຄັນກວ່ານັ້ນ 0:12:18.678,0:12:22.286 ນັ້ນແມ່ນ ເຖິງວ່າສາສະໜາທີ່ເຮົານັບຖືຈະແຕກຕ່າງກັນ 0:12:22.286,0:12:26.948 ແຕ່ເຮົາກໍເຄົາລົບ ແລະ ເປັນກັນລະຍານະມິດຕໍ່ກັນ” 0:12:28.168,0:12:32.000 ຢູ່ປະເທດຍີ່ປຸ່ນ ມີສາສະນິກະຊົນຂອງຫຼາຍສາສະໜາ 0:12:32.000,0:12:36.543 ແຕ່ກໍບໍ່ຄ່ອຍມີການຜິດຖຽງກັນທີ່ເກີດຈາກຄວາມແຕກຕ່າງນີ້ 0:12:36.639,0:12:40.475 ແຕ່ຖ້າເຮົາເບິ່ງຂ່າວໂທລະພາບ[br]ເບິ່ງເຫດການໃນແຕ່ລະປະເທດ 0:12:40.475,0:12:45.020 ຈະເຫັນການຜິດຖຽງ ແລະ ຢຽບຫຍາມກັນ[br]ຂອງຜູ້ນັບຖືສາສະໜາທີ່ແຕກຕ່າງ 0:12:45.020,0:12:48.276 ເນື່ອງຈາກເຊື່ອໃນສາສະໜາໃດໜຶ່ງຫຼາຍເກີນໄປ 0:12:48.276,0:12:50.926 ມັນກັບຕາລະປັດໄປໝົດ 0:12:50.926,0:12:55.592 ແກ່ນແທ້ຂອງສາສະໜາບໍ່ແມ່ນ[br]ການເຊື່ອໃນສິ່ງໃດໜຶ່ງໂດຍບໍ່ມືນຫູມືນຕາ 0:12:56.322,0:13:01.066 ໃນໂລກນີ້ມີຄົນຈຳນວນມະຫາສານ[br]ທຸກໆຄົນຄວນຮູ້ບຸນຄຸນຂອງກັນແລະກັນ 0:13:01.066,0:13:04.840 ແລະກໍໃຊ້ຊີວິດຢ່າງມີຄວາມສະບາຍໃຈ ແລະ ມີຄວາມໝາຍ 0:13:04.840,0:13:08.937 ສາສະໜາມີໜ້າທີ່ໃຫ້ຄວາມຊ່ວຍເຫຼືອໃນການເຮັດສິ່ງເຫຼົ່ານັ້ນ 0:13:08.937,0:13:12.851 ສະນັ້ນ ຫົວໃຈສຳຄັນ ບົດບາດໜ້າທີ່ຂອງສາສະໜາ 0:13:12.851,0:13:16.826 ຈຶ່ງແມ່ນການສ້າງຄວາມສະບາຍໃຈໃຫ້ແກ່ພວກເຮົາ 0:13:16.876,0:13:22.336 ຢູ່ຍີ່ປຸ່ນ ມີຫຼາຍສາສະໜາ 0:13:22.336,0:13:25.056 ແຕ່ທຸກຄົນກໍໃຫ້ກຽດກັນ 0:13:25.056,0:13:29.040 ແລະ ໃຊ້ຊີວິດຢ່າງສັນຕິພ້ອມກັບຈິດໃຈທີ່ເປັນສຸກ 0:13:29.040,0:13:32.354 ແຕ່ເຖິງຢ່າງໃດກໍຕາມ ໂລກເຮົາມີຫຼາຍປະເທດ 0:13:32.354,0:13:34.303 ຫຼາຍວັດທະນະທຳ ຫຼາຍປະເພນີ 0:13:34.303,0:13:38.973 ສະນັ້ນ ບໍ່ຈຳເປັນຕ້ອງມີແຕ່ວິທີດຽວໃນການສ້າງຄວາມສະບາຍໃຈ 0:13:39.111,0:13:42.488 ມີຫຼາຍວິທີກໍໄດ້ 0:13:42.488,0:13:44.935 ໃນລະຫວ່າງ 2 ປີນີ້ 0:13:44.935,0:13:49.982 ຄູບາຖືກຮັບເຊີນຈາກພຣະສັນຕະປາປາອົງກ່ອນ[br]ໃຫ້ໄປທີ່ນະຄອນລັດວາຕິກັນ 0:13:49.982,0:13:53.450 ເດືອນເມສານີ້ກໍຖືກຮັບເຊີນຈາກອົງດາໄລລາມະ 0:13:53.450,0:13:56.814 ໃຫ້ເຂົ້າຮ່ວມການປະຊຸມສຳມະນາຢູ່ກຽວໂຕນີ້ 0:13:56.814,0:13:59.837 ບັນດານັກສາສະໜາຂອງແຕ່ລະປະເທດ 0:13:59.837,0:14:03.305 ລ້ວນແຕ່ມີຄວາມຄາດຫວັງໃນທັດສະນະທາງສາສະໜາຂອງຍີ່ປຸ່ນ 0:14:03.305,0:14:06.743 ສະນັ້ນ ຄູບາຈຶ່ງຢາກເຜີຍແຜ່ການເປີດກວ້າງຕໍ່ສາສະໜາ 0:14:06.743,0:14:09.994 ເຜີຍແຜ່ທັດສະນະອັນດີຂອງຄົນຍີ່ປຸ່ນນີ້ 0:14:09.994,0:14:14.041 ຈາກເມືອງກຽວໂຕ ເມືອງແຫ່ງສາສະໜາທີ່ບໍ່ຄືໃຜແຫ່ງນີ້ 0:14:14.041,0:14:16.259 ໄປເຖິງຊາວໂລກທຸກຄົນ 0:14:16.259,0:14:19.373 ຄູບາເຊື່ອຢ່າງສຸດໃຈວ່າເມື່ອເຮັດໄດ້ເຊັ່ນນັ້ນແລ້ວ 0:14:19.373,0:14:22.547 ໂລກຂອງເຮົາຈະກາຍເປັນບ່ອນທີ່ວິເສດຍິ່ງໆຂຶ້ນໄປ 0:14:22.547,0:14:24.006 ຂໍຂອບໃຈ 0:14:24.006,0:14:25.939 (ສຽງຕົບມື)