ຄູບາເກີດຢູ່ວັດໃນເມືອງກຽວໂຕນີ້ ເມື່ອ 35 ປີກ່ອນ
ຄູບາເກີດຢູ່ວັດ ແຕ່ໄປເຂົ້າໂຮງຮຽນປະຖົມ ແລະ ມັດທະຍົມກາໂຕລິກ
(ສຽງຫົວ)
ເຖິງຈະເກີດຢູ່ໃນວັດແບບພຸດ ແຕ່ກໍຮຽນຄຳສອນຂອງສາສະໜາຄຣິສຕ໌
ອາດຈະເປັນເລື່ອງທີ່ແປກປະຫຼາດຫຼາຍ
ແຕ່ທັງຄອບຄົວ ຍາດພີ່ນ້ອງ ແລະ ໝູ່ເພື່ອນ
ກໍໄດ້ເບິ່ງແຍງຄູບາຢ່າງອົບອຸ່ນ
ສະໄໝຮຽນມະຫາວິທະຍາໄລ
ຄູບາເຄີຍໄປປະເທດອຽກລັງ (Ireland)
ດັ່ງທີ່ພໍ່ອອກແລະແມ່ອອກທັງຫຼາຍຮູ້
ອຽກລັງເປັນປະເທດທີ່ເຫຼື້ອມໃສໃນກາໂຕລິກ
ຕອນທີ່ຄູບາພັກຢູ່ບ້ານພັກແຫ່ງໜຶ່ງໃນຊົນນະບົດ
ຄູບາໄດ້ເລົ່າກ່ຽວກັບຊີວິດການຮຽນຂອງ
ຕົນເອງໃຫ້ແມ່ອອກເຈົ້າຂອງບ້ານພັກຟັງ
ເມື່ອໄດ້ຟັງ ແມ່ອອກກໍໜ້າບູດ ແລະ ເວົ້າວ່າ
“ຢູ່ບ້ານເຈົ້າຄືມາເຮັດແນວນັ້ນໄດ້?”
“ມາເຮັດຈັ່ງຊັ້ນຢູ່ອຽກລັງເບິ່ງແມ ຖືກຂ້າຕາຍບໍ່ຮູ້ນຳໃດ”
ເພິ່ນວ່າແບບນັ້ນ
ໜ້າເສຍດາຍທີ່ຕອນນັ້ນຄູບາຍັງນ້ອຍຫຼາຍ ເລີຍຖຽງເຈົ້າຂອງບ້ານບໍ່ໄດ້
ທັດສະນະທາງດ້ານສາສະໜາຂອງຄົນຍີ່ປຸ່ນ
ມີຫຼາຍຢ່າງທີ່ມີລັກສະນະສະເພາະຕົວ
ເຊັ່ນວ່າ ຄົນຍີ່ປຸ່ນສ່ວນຫຼາຍສະຫຼອງວັນຄຣິສຕ໌ມາສ
ທີ່ເປັນວັນປະສູດຂອງພຣະເຍຊູຄຣິສຕ໌
ເມື່ອຮອດທ້າຍປີກໍໄປຟັງກະຫຼິ່ງ 108 ຄັ້ງຢູ່ວັດພຸດ
ບາດມື້ປີໃໝ່ກໍໄປໄຫວ້ສານເຈົ້າຊິນໂຕ
(ສຽງຫົວ)
ຊາວຕ່າງຊາດຈົນເວົ້າວ່າ “ຈັ່ງແມ່ນເອົາແນ່ເອົານອນບໍ່ໄດ້”
ແຕ່ຢູ່ປະເທດຍີ່ປຸ່ນ
ການເປີດກວ້າງຕໍ່ສາສະໜາແບບນີ້ພັດເປັນເລື່ອງປົກກະຕິ
ຄູບາຄິດວ່າຄວາມແຕກຕ່າງທາງດ້ານສາສະໜານີ້
ຄ້າຍຄືກັບຄວາມແຕກຕ່າງຂອງ “ອາຫານ”
ເຮົາລອງປຽບທຽບອາຫານຍີ່ປຸ່ນກັບອາຫານຕາເວັນຕົກເບິ່ງ
ຖ້າເຮົາສັ່ງອາຫານຕາເວັນຕົກມາເປັນຊຸດ
ຈະມີອາຫານຈານຫຼັກ ເປັນສີສັນຂອງອາຫານຊຸດນັ້ນ
ແຕ່ວ່າໃນອາຫານຍີ່ປຸ່ນບໍ່ມີອາຫານຈານຫຼັກແບບນັ້ນ
ຖ້າເຮົາສັ່ງໄຄເຊະກິ ອາຫານພື້ນເມືອງຍີ່ປຸ່ນ
ກໍຈະມີຈານຮຽກນໍ້າຍ່ອຍ ນ້ຳແກງ ໄປຈົນຮອດເຂົ້າຈ້າວ
ບໍ່ມີອາຫານຈານຫຼັກຫຍັງໝົດ
ຄູບາຄິດວ່າທັດສະນະທາງດ້ານສາສະໜາຂອງຄົນຍີ່ປຸ່ນ
ກໍຄືກັບອາຫານດັ່ງທີ່ກ່າວໄປແລ້ວນັ້ນ
ຄືບໍ່ໄດ້ຖືເອົາສາສະໜາໃດໜຶ່ງເປັນຫຼັກ
ແຕ່ໃຫ້ຄວາມສຳຄັນກັບຫຼັກສິນທັມ
ຫຼື ປັດຊະຍາທີ່ມີຮ່ວມກັນຂອງທຸກໆສາສະໜາ
ດັ່ງນັ້ນ ທັດສະນະທາງສາສະໜາຂອງຄົນຍີ່ປຸ່ນ
ຈຶ່ງບໍ່ແມ່ນ Believe in something
(ເຊື່ອໃນສິ່ງໃດໜຶ່ງ)
ແຕ່ແມ່ນ Respect for something (ເຄົາລົບສິ່ງໃດໜຶ່ງ)
ຫຼື Respect for others (ເຄົາລົບຜູ້ອື່ນ)
ສະນັ້ນ ຢູ່ຍີ່ປຸ່ນຈຶ່ງມີຄົນຫຼາຍຄົນທີ່ນັບຖື
ຫຼາຍສາສະໜາ ແຕ່ຕ່າງຄົນຕ່າງກໍເຄົາລົບກັນ
ທີ່ຈິງແລ້ວ ຢູ່ວັດມຽວຊິນຈິທີ່ຄູບາຢູ່ຕອນນີ້ ເຖິງວ່າຈະເປັນວັດພຸດ
ແຕ່ກໍມີຫຼາຍໂອກາດທີ່ພວກເຮົາ
ສວດມົນໃຫ້ເທບພຣະເຈົ້າຊິນໂຕ
ແລະວັດພຸດທີ່ມີສານເຈົ້າຊິນໂຕຢູ່ນຳກໍມີຈຳນວນຫຼວງຫຼາຍ
ຍ້ອນແນວນັ້ນສາສະໜາພຸດຂອງຍີ່ປຸ່ນເລີຍແຕກຕ່າງອອກໄປ
ມີຂໍ້ຍົກເວັ້ນເຊັ່ນ ພຣະສົງຄ໌ສາມາດແຕ່ງດອງໄດ້
ຕອນປະຕິບັດທັມໃຫ້ງົດສັນຊີ້ນ ແລະ ປາ ສັນແຕ່ອາຫານເຈ
ແຕ່ເມື່ອປະຕິບັດແລ້ວໆ ກໍບໍ່ໄດ້ມີຂໍ້ຫ້າມເຄັ່ງຄັດຫຍັງ
ແຕ່ວ່າຢູ່ປະເທດຍີ່ປຸ່ນນີ້ ຖ້າໃຜກິນຖິ້ມກິນເຫຼືອ
ກໍຈະໄດ້ຮັບການເຄົາລົບແບບປອມໆ
ສົມມຸດວ່າຄົນຈາກປະເທດອິນເດຍ
ອັນເປັນແຫຼ່ງກຳເນີດຂອງສາສະໜາພຸດ
ຫາກມາເຫັນສາສະໜາພຸດຂອງຍີ່ປຸ່ນແລ້ວ
ກໍອາດຈະເວົ້າວ່າ “ນີ້ບໍ່ແມ່ນສາສະໜາພຸດຕວານິ”
ສາສະໜາພຸດນິກາຍເຖຣະວາດທີ່ມີຜູ້ນັບຖື
ຢ່າງຫຼວງຫຼາຍໃນອິນເດຍ ແລະ ອາຊີອາຄະເນ
ມຸ່ງໝັ້ນໃນການຖືສິນຢ່າງເຄັ່ງຄັດ
ຮວມທັງການຮຽນພຸດທະວັດຈະນະ
ການຝຶກສະມາທິ ແລະ ອື່ນໆ
ແຕ່ສາສະໜາພຸດຂອງຍີ່ປຸ່ນ
ໃຫ້ຄວາມສຳຄັນກັບການໄຫວ້ບັນພະບຸລຸດ
ແລະ ການຮັກສາກິລິຍາມາລະຍາດໃນຊີວິດປະຈຳວັນເປັນຕົ້ນ
ໃນເມື່ອເປັນເຊັ່ນນັ້ນ ຖ້າພວກເຮົາເວົ້າວ່າສາສະໜາພຸດ
ທີ່ພວກເຮົາໃຊ້ເວລາຫຼາຍກວ່າ 1500 ປີສ້າງຂຶ້ນມານີ້
ຫາກ “ບໍ່ແມ່ນສາສະໜາພຸດ”ແລ້ວ
ພວກເຮົາຈະເອີ້ນວ່າແນວໃດ?
ຄູບາຄິດວ່າຄົງຈະບໍ່ມີທາງອື່ນ ນອກຈາກເອີ້ນວ່າ
“ສາສະໜາພຸດຂອງຍີ່ປຸ່ນ”
ສາສະໜາພຸດຂອງຍີ່ປຸ່ນໄດ້ຮັບອິດທິພົນຈາກຈີນ
ແລະ ສາສະໜາຊິນໂຕທີ່ມີຢູ່ຍີ່ປຸ່ນມາແຕ່ບູຮານ
ແລ້ວກໍຖືກຂັດເກົາໃຫ້ເປັນຮູບແບບທີ່ເໝາະສົມກັບຍີ່ປຸ່ນ
ການປະຕິບັດຕ່າງໆເລີຍແຕກຕ່າງຈາກ
ສາສະໜາພຸດທີ່ພຣະພຸດທະເຈົ້າລິເລີ່ມ
ແຕ່ບໍ່ວ່າຈະຢູ່ອິນເດຍ ອາຊີອາຄະເນ ຫຼື ຍີ່ປຸ່ນ
ສິ່ງທີ່ຢູ່ສ່ວນເລິກຂອງມັນ
ກໍລ້ວນແຕ່ມາຈາກປັດຊະຍາ
ແລະຫຼັກທັມຄຳສອນອັນປະເສີດ
ທີ່ພຣະພຸດທະເຈົ້າໄດ້ສັ່ງສອນໄວ້
ຄູບາຄິດວ່າຄວາມແຕກຕ່າງຂອງພຸດແບບອິນເດຍ ແລະ ພຸດແບບຍີ່ປຸ່ນ
ຄ້າຍຄືກັບແກງກະຫຼີ່
(ສຽງຫົວ)
ຢູ່ອິນເດຍ ຄົນອິນເດຍກິນແກງກະຫຼີ່ທີ່ເຜັດຫຼາຍ
ແກງກະຫຼີ່ກໍກຳເນີດມາຈາກອິນເດຍຄືກັນ
ຖ້າຄົນອິນເດຍຫາກມາກິນແກງກະຫຼີ່
ທີ່ຄົນຍີ່ປຸ່ນເຮົາກິນເປັນປະຈຳ
ແກງກະຫຼີ່ຫວານ ອ່ອນນຸ່ມ
ຄົນຍີ່ປຸ່ນເຮົາຫຼາຍຄົນມັກ
ແຕ່ຖ້າເປັນຄົນອິນເດຍຄືຈະເວົ້າວ່າ
“ນີ້ບໍ່ແມ່ນແກງກະຫຼີ່ຕວານິ”
ຖ້າເປັນແນວນັ້ນ ພວກເຮົາຈະເອີ້ນແກງກະຫຼີ່
ທີ່ກິນແຕ່ນ້ອຍຈົນໃຫຍ່ນີ້ວ່າແນວໃດ?
ຈັ່ງໃດກໍຄືຈະບໍ່ມົ້ມ
“ແກງກະຫຼີ່ຍີ່ປຸ່ນ”
ແມ່ນຢູ່ທີ່ວ່າວິທີເຮັດ ແລະ ສ່ວນປະກອບອາດຕ່າງກັນ
ແຕ່ການຂ້ຽວຊີ້ນ ຫຼື ປາ ແລະ ຜັກໃສ່ນ້ຳແກງກະຫຼີ່
ແລ້ວກໍກິນກັບເຂົ້າ ຫຼື ເຂົ້າຈີ່ນີ້
ບໍ່ວ່າຈະຢູ່ອິນເດຍ ຫຼື ຍີ່ປຸ່ນກໍລ້ວນແຕ່ຄືກັນ
ສະໄໝເປັນນັກສຶກສາ ຄູບາຮຽນຢູ່ຄະນະກະເສດສາດ
ຕອນນັ້ນໄດ້ເຮັດການທົດລອງກ່ຽວກັບແກງກະຫຼີ່
ໃນການທົດລອງນັ້ນ
ພວກເຮົາໄດ້ກຽມຫ້ອງໄວ້ 2 ຫ້ອງ
ຫ້ອງທີ 1 ໄດ້ປັບໃຫ້ມີອຸນຫະພູມ ແລະ ຄວາມຊຸ່ມສູງ
ທັງຮ້ອນ ແລະ ອົບເອົ້າ
ແບບລະດູຮ້ອນຂອງຍີ່ປຸ່ນ
ອີກຫ້ອງໜຶ່ງໃຫ້ຄືລະດູຮ້ອນຂອງອິນເດຍ
ຄືຮ້ອນຫຼາຍ ແຕ່ບໍ່ຄ່ອຍມີຄວາມຊຸ່ມ
ຄືພູມອາກາດແຫ້ງແລ້ງ
ພວກເຮົາໄດ້ເຕົ້າໂຮມເອົານັກສຶກສາຍີ່ປຸ່ນ
ຮວມທັງນັກສຶກສາຈາກປະເທດຕ່າງໆ ປະມານ 30 ຄົນ
ແລ້ວໃຫ້ລອງກິນແກງກະຫຼີ່ອິນເດຍ
ແລະ ແກງກະຫຼີ່ຍີ່ປຸ່ນໃນສອງຫ້ອງນັ້ນ
ແລ້ວໃຫ້ຕັດສິນວ່າອັນໃດແຊບກວ່າກັນ
ຜົນປາກົດວ່າ 20 ກວ່າຄົນ ຈາກ 30 ຄົນທີ່ຢູ່ໃນຫ້ອງຍີ່ປຸ່ນ
ຕອບວ່າແກງກະຫຼີ່ຍີ່ປຸ່ນແຊບກວ່າ
ມື້ໃໝ່ມາ ເຮົາໃຫ້ 30 ຄົນນີ້
ລອງກິນແກງກະຫຼີ່ຢູ່ໃນຫ້ອງອິນເດຍເບິ່ງ
ແລ້ວຜູ້ທີ່ຕອບວ່າແກງກະຫຼີ່ອິນເດຍແຊບກວ່າ
ກໍມີເຖິງ 20 ກວ່າຄົນ ຈາກ 30 ຄົນ
ສະຫຼຸບໄດ້ວ່າ ກໍລະນີກິນຢູ່ຫ້ອງຍີ່ປຸ່ນ
ແກງກະຫຼີ່ຍີ່ປຸ່ນແຊບກວ່າ
ກິນຢູ່ຫ້ອງອິນເດຍ ແກງກະຫຼີ່ອິນເດຍແຊບກວ່າ
ອາຫານໄດ້ຮັບອິດທິພົນຢ່າງໃຫຍ່ຫຼວງ
ຈາກພູມອາກາດ ແລະ ພູມປະເທດແບບນີ້ແຫຼະ
ສາສະໜາກໍເຊັ່ນດຽວກັນ ຄືຖືກປັດໄຈດ້ານພູມອາກາດ ພູມປະເທດ
ປະຫວັດສາດ ວັດທະນະທຳ
ຮີດຄອງປະເພນີຕ່າງໆເຫຼົ່ານີ້
ຂັດເກົາໃຫ້ເຂົ້າກັບປະເທດນັ້ນໆ
ຄູບາເຊື່ອຢ່າງຍິ່ງວ່າຖ້າພວກເຮົາຫາກສາມາດເຜີຍແຜ່
ທັດສະນະທີ່ເປີດກວ້າງຕໍ່ສາສະໜາຂອງຄົນຍີ່ປຸ່ນນີ້ໃຫ້ກັບຄົນທົ່ວໂລກ
ເຮົາກໍຈະສາມາດແບ່ງປັນຄວາມຄິດອັນບັນເຈີດໃຫ້ທຸກຄົນໄດ້
ຫຼາຍປີກ່ອນໜ້ານີ້
ຢູ່ທີ່ເມືອງອະມະກະຊະກິ ແຂວງຮຽວໂກະ
ລາຍການວິທະຍຸທີ່ບໍ່ເຄີຍມີມາກ່ອນໄດ້ໄຂສັກກະຫຼາດໃໝ່ຂຶ້ນ
ຊື່ລາຍການແມ່ນຊື່ທີ່ຈະແຈ້ງດີ
ຊື່ວ່າ “8 ໂມງແລ້ວໃດ! ພຣະເຈົ້າເອີຍ ພຣະພຸດເອີຍ”
(ສຽງຫົວ)
ທຳອິດຊື່ວ່າ “8 ໂມງແລ້ວໃດ! ຮວມຕົວພຣະເຈົ້າແລະພຣະພຸດ”
(ສຽງຫົວ)
ຊື່ຈະເປັນແນວໃດກໍຕາມເທາະ
ລາຍການນີ້ເລີ່ມ 8 ໂມງ ທຸກວັນພຸດ ຍາວປະມານ 30 ນາທີ
ລາຍການນີ້ໃຫ້ຜູ້ຟັງສົ່ງບັນຫາຂອງຕົວເອງເຂົ້າມາ
ແລ້ວມອບໃຫ້ພຣະຊິນໂຕ ພຣະສົງຄ໌ພຸດ ແລະ ນັກບວດຄຣິສຕ໌
ຮ່ວມກັນ 3 ອົງຄ໌ ຫາທາງແກ້ໄຂບັນຫານັ້ນ
(ສຽງຕົບມື)
ຂອບໃຈ
ນີ້ເປັນລາຍການທີ່ເປັນນະວັດຕະກຳແທ້ໆ
ຖ້າເປັນລາຍການທີ່ໃຫ້ນັກບວດຈາກສາສະໜາໃດໜຶ່ງ
ຕອບບັນຫາຂອງຜູ້ຟັງ ກໍຄົງຈະຫາຟັງໄດ້ບໍ່ຍາກ
ແຕ່ລາຍການທີ່ໃຫ້ພຣະ 3 ອົງຄ໌ຈາກຕ່າງສາສະໜາ
ມາຊ່ວຍກັນແກ້ບັນຫາແບບນີ້ ຍັງບໍ່ເຄີຍມີມາກ່ອນ
ເປັນລາຍການທີ່ເປັນປະດິດຖະກຳໃໝ່ອີ່ຫຼີ
ຜູ້ຟັງກໍຈະເກີດມີຄວາມສະບາຍໃຈເປັນຢ່າງຍິ່ງ
ເມື່ອໄດ້ຮູ້ວ່າໃນໂລກນີ້ມີວິທີທາງແກ້ໄຂບັນຫາຢ່າງຫຼາກຫາຍ
ບໍ່ໄດ້ມີພຽງແຕ່ວິທີຕາຍຕົວວິທີດຽວເທົ່ານັ້ນ
ເມື່ອເດືອນກຸມພາປີນີ້
ຄູບາໄດ້ສະເໜີກິດຈະກຳໃໝ່ ແລະ ຄັກອັນໜຶ່ງ
ແລະກໍໄດ້ຈັດຂຶ້ນທີ່ເມືອງກຽວໂຕນີ້
ນັ້ນແມ່ນ
“ເອະກິເດັງນັກບວດ” (ສຽງຫົວ)
ກິລາເອະກິເດັງນີ້ຄົນຍີ່ປຸ່ນສ່ວນຫຼາຍໜ້າຈະຮູ້ຈັກດີ
ຄວາມຈິງແລ້ວ ການແຂ່ງຂັນປະເພດນີ້ໄດ້ຖືກຳເນີດຂຶ້ນ
ທີ່ເມືອງກຽວໂຕແຫ່ງນີ້ ເມື່ອຮ້ອຍປີກ່ອນ
ພວກເຮົາໄດ້ເຊີນນັກບວດ ນັກສາສະໜາ
ຈາກນາໆປະເທດມາທີ່ເມືອງກຽວໂຕ
ເມືອງແຫ່ງສາສະໜາທີ່ເປັນຕົວແທນຂອງໂລກ
ເມືອງທີ່ເປັນແຫຼ່ງກຳເນີດກິລາເອະກິເດັງແຫ່ງນີ້
ເພື່ອເປີດການແຂ່ງຂັນເອະກິເດັງໂດຍນັກບວດຂຶ້ນ
ນີ້ບໍ່ແມ່ນການຕໍ່ສູ້ລະຫວ່າງສາສະໜາ
ຕົວຢ່າງ ຜູ້ແລ່ນຜູ້ທຳອິດແມ່ນພຣະຊິນໂຕ
ຜູ້ທີສອງແມ່ນພຣະສົງຄ໌ພຸດ
ຜູ້ທີ່ສາມແມ່ນນັກບວດຄຣິສຕ໌
ຜູ້ທີສີ່ແມ່ນອີມາມຂອງສາສະໜາອິດສະລາມ
ພວກເຮົາໄດ້ສ້າງຫຼາຍທີມຈາກນັກບວດຕ່າງສາສະໜາ
ເພື່ອສົ່ງຕໍ່ສາຍພາຍໃຫ້ກັນ
ແລ້ວກໍໄດ້ເປີດການແຂ່ງຂັນຂຶ້ນ
ປັດຈຸບັນ ພວກເຮົາຈຳເປັນຕ້ອງເຂົ້າໃຈສາສະໜາຂອງກັນແລະກັນ
ຈຶ່ງມີການປຶກສາໂອ້ລົມກ່ຽວກັບເລື່ອງນີ້ເປັນປະຈຳ
ແຕ່ການຫາລືກັນໃນຫ້ອງປະຊຸມ
ບໍ່ສາມາດສົ່ງຕໍ່ໃຫ້ຜູ້ອື່ນຮູ້ນຳໄດ້
ກິລາເອະກິເດັງນີ້ເບິ່ງບາດດຽວກໍຮູ້ວິທີໂລດ
ປະຊາຊົນທົ່ວໄປກໍແລ່ນພ້ອມກັນ
ຈຶ່ງຮູ້ສຶກວ່າເປັນອັນໜຶ່ງອັນດຽວ
ສະນັ້ນ ສານຈຶ່ງສົ່ງເຖິງກັນໄດ້ໂດຍກົງ
ແລະ ຍ້ອນຕ້ອງແລ່ນແຂ່ງກັນ
ນັກບວດໜຸ່ມຈຶ່ງສາມາດສ້າງຜົນງານໄດ້ໂດຍປະລິຍາຍ
ການແຂ່ງຂັນນີ້ບໍ່ໄດ້ຈັດຂຶ້ນພຽງແຕ່ຢູ່ກຽວໂຕເທົ່ານັ້ນ
ຢູ່ປະເທດລຸກຊຳບວກກໍມີການແຂ່ງຂັນພາຍໃຕ້ແນວຄິດດຽວກັນຂຶ້ນ
ການເຄື່ອນໄຫວສ້າງຄວາມປອງດອງທາງ
ສາສະໜານີ້ໄດ້ນຳໃຊ້ເອະກິເດັງເປັນສື່ກາງ
ແລະກໍກຳລັງແຜ່ຂະຫຍາຍໄປທົ່ວໂລກເທື່ອລະໜ້ອຍ
ເພາະສະນັ້ນ ຢູ່ໃນໂລກທີ່ເຕັມໄປດ້ວຍຄວາມສັບສົນນີ້
ນັກບວດຕ້ອງບໍ່ຖືຕົວ
ແລະ ອຸທິດຕົນໃນການສ້າງຄວາມປອງດອງທາງສາສະໜາ
ນີ້ແມ່ນສິ່ງທີ່ສຳຄັນເປັນຢ່າງຍິ່ງ
ສົມມຸດວ່າຄູບາໄດ້ມີໂອກາດພົບກັບເຈົ້າຂອງບ້ານພັກ
ທີ່ຄູບາໄປພັກຕອນໄປອຽກລັງ
ໃນຄາວທີ່ຍັງເປັນນັກສຶກສາ
ຖ້າເປັນຄູບາໃນຕອນນີ້
ຈະບໍ່ລັງເລ ແລະ ຕອບກັບດ້ວຍຄວາມໝັ້ນໃຈວ່າ
“ແມ່ນຢູ່ທີ່ບໍ່ວ່າຈະເປັນສາສະໜາໃດ ຄວາມຊື່ສັດຕໍ່ຄຳສອນ
ແລະ ການປະຕິບັດຕາມຄຳສອນນັ້ນເປັນສິ່ງທີ່ສຳຄັນຫຼາຍ
ແຕ່ຢູ່ໃນໂລກນີ້ມີສິ່ງທີ່ສຳຄັນກວ່ານັ້ນ
ນັ້ນແມ່ນ ເຖິງວ່າສາສະໜາທີ່ເຮົານັບຖືຈະແຕກຕ່າງກັນ
ແຕ່ເຮົາກໍເຄົາລົບ ແລະ ເປັນກັນລະຍານະມິດຕໍ່ກັນ”
ຢູ່ປະເທດຍີ່ປຸ່ນ ມີສາສະນິກະຊົນຂອງຫຼາຍສາສະໜາ
ແຕ່ກໍບໍ່ຄ່ອຍມີການຜິດຖຽງກັນທີ່ເກີດຈາກຄວາມແຕກຕ່າງນີ້
ແຕ່ຖ້າເຮົາເບິ່ງຂ່າວໂທລະພາບ
ເບິ່ງເຫດການໃນແຕ່ລະປະເທດ
ຈະເຫັນການຜິດຖຽງ ແລະ ຢຽບຫຍາມກັນ
ຂອງຜູ້ນັບຖືສາສະໜາທີ່ແຕກຕ່າງ
ເນື່ອງຈາກເຊື່ອໃນສາສະໜາໃດໜຶ່ງຫຼາຍເກີນໄປ
ມັນກັບຕາລະປັດໄປໝົດ
ແກ່ນແທ້ຂອງສາສະໜາບໍ່ແມ່ນ
ການເຊື່ອໃນສິ່ງໃດໜຶ່ງໂດຍບໍ່ມືນຫູມືນຕາ
ໃນໂລກນີ້ມີຄົນຈຳນວນມະຫາສານ
ທຸກໆຄົນຄວນຮູ້ບຸນຄຸນຂອງກັນແລະກັນ
ແລະກໍໃຊ້ຊີວິດຢ່າງມີຄວາມສະບາຍໃຈ ແລະ ມີຄວາມໝາຍ
ສາສະໜາມີໜ້າທີ່ໃຫ້ຄວາມຊ່ວຍເຫຼືອໃນການເຮັດສິ່ງເຫຼົ່ານັ້ນ
ສະນັ້ນ ຫົວໃຈສຳຄັນ ບົດບາດໜ້າທີ່ຂອງສາສະໜາ
ຈຶ່ງແມ່ນການສ້າງຄວາມສະບາຍໃຈໃຫ້ແກ່ພວກເຮົາ
ຢູ່ຍີ່ປຸ່ນ ມີຫຼາຍສາສະໜາ
ແຕ່ທຸກຄົນກໍໃຫ້ກຽດກັນ
ແລະ ໃຊ້ຊີວິດຢ່າງສັນຕິພ້ອມກັບຈິດໃຈທີ່ເປັນສຸກ
ແຕ່ເຖິງຢ່າງໃດກໍຕາມ ໂລກເຮົາມີຫຼາຍປະເທດ
ຫຼາຍວັດທະນະທຳ ຫຼາຍປະເພນີ
ສະນັ້ນ ບໍ່ຈຳເປັນຕ້ອງມີແຕ່ວິທີດຽວໃນການສ້າງຄວາມສະບາຍໃຈ
ມີຫຼາຍວິທີກໍໄດ້
ໃນລະຫວ່າງ 2 ປີນີ້
ຄູບາຖືກຮັບເຊີນຈາກພຣະສັນຕະປາປາອົງກ່ອນ
ໃຫ້ໄປທີ່ນະຄອນລັດວາຕິກັນ
ເດືອນເມສານີ້ກໍຖືກຮັບເຊີນຈາກອົງດາໄລລາມະ
ໃຫ້ເຂົ້າຮ່ວມການປະຊຸມສຳມະນາຢູ່ກຽວໂຕນີ້
ບັນດານັກສາສະໜາຂອງແຕ່ລະປະເທດ
ລ້ວນແຕ່ມີຄວາມຄາດຫວັງໃນທັດສະນະທາງສາສະໜາຂອງຍີ່ປຸ່ນ
ສະນັ້ນ ຄູບາຈຶ່ງຢາກເຜີຍແຜ່ການເປີດກວ້າງຕໍ່ສາສະໜາ
ເຜີຍແຜ່ທັດສະນະອັນດີຂອງຄົນຍີ່ປຸ່ນນີ້
ຈາກເມືອງກຽວໂຕ ເມືອງແຫ່ງສາສະໜາທີ່ບໍ່ຄືໃຜແຫ່ງນີ້
ໄປເຖິງຊາວໂລກທຸກຄົນ
ຄູບາເຊື່ອຢ່າງສຸດໃຈວ່າເມື່ອເຮັດໄດ້ເຊັ່ນນັ້ນແລ້ວ
ໂລກຂອງເຮົາຈະກາຍເປັນບ່ອນທີ່ວິເສດຍິ່ງໆຂຶ້ນໄປ
ຂໍຂອບໃຈ
(ສຽງຕົບມື)